DJ ໂຊດາ ມາທ່ຽວລາວເປັນສາວລາວ ນຸ່ງສິ້ນໄໝທ່ຽວຊົມນະຄອນຫຼວງວຽງຈັນ
ເມື່ອເວົ້າເຖີງ ດີເຈ ໂຊດາ ຫຼາຍຄົນຄົງຮູ້ຈັກດີ ເພາະລາວດັງລະດັບໂລກ ທັງາມ ແລະ ມາກຄວາມສາມາດຫຼາກຫຼາຍ ຫຼາຍຄົງຄົງຕົກຫຼຸມຮັກບໍ່ນ້ອຍເລີຍລະ
ບໍ່ຮູ້ວ່າໜຸ່ມໆຈະຜິດຫວັງກັນຫຼືບໍ່ ທີ່ດີເຈດັງສາວ ໂຊດາ ທີ່ນັບວ່າເປັນຂວັນໃຈໜຸ່ມໆທົ່ວໂລກ ລວມທັງລາວເຮົາ ທີ່4 ປີກ່ອນ ສາວໂຊດາກໍໄດ້ເດີນທາງມາລາວເປັນຄັ້ງທໍາອິດຂອງເພິ່ນ
ເຊິ່ງໜຸ່ມໆຊາວລາວຕ່າງກໍດີໃຈວ່າຈະໄດ້ພົບດີເຈສາວເກົາຫຼີ ທີ່ເຊັກຊີ້ ງາມໜ້າຮັກແບບໂຕເປັນໆ ດີເຈໂຊດາໃສ່ຊຸດລາວແບບຮຽບຮ້ອຍເປັນສາວລາວຂຶ້ນຫຼິ້ນເພງໃຫ້ພວກເຂົາຟັງ
ເພາະນັບວ່າສາວໂຊດາໂຄດໜ້າຮັກເລີຍ ເພາະມາລາວກໍຮຽນຮູ້ວັດທະນະທໍາລາວ ແຕ່ງເຄື່ອງແບບສາວລາວ ແຕ່ມີສີຜົມດ່ອນ ງາມໜ້າຮັກດີ
ດັ່ງຄັ້ງນີ້ເຊັ່ນກັນທີ່ສາວໂຊດາ ໄດ້ເດີນທາງມາທີ່ລາວເປັນຄັ້ງທີ່ 2 ຕັ້ງແຕ່ວັນທີ 29 ພະຈິກ 2019 ແລະ ກໍ່ໄດ້ສວມສຸດສິ້ນໄໝລາວຖ່າຍຮູບຄູ່ກັບທາດຫຼວງງາມສຸດໆ ຄັ້ງນີ້ສາວໂຊດາເດີນທາງມາຮ່ວມງານເປີດໂຕສະຖານບັນເທີງແຫ່ງໜຶ່ງຢູ່ທີ່ນະຄອນຫຼວງວຽງຈັນ
.
.
.
.