ໝາກ ປຣິ່ນ ພະເອກນັກສະແດງໄທ ມາສໍາຜັດຄວາມງາມ ແລະ ທ້າທາຍທີ່ “ພູຜາມ່ານ”
ຫຼັງຈາກທີ່ເປີດບໍລິການ ເປີດໃຫ້ທ່ຽວຊົມຢ່າງເປັນທາງການແລ້ວ ພູຜາມ່ານ ທີ່ແຂວງຄຳມ່ວນ
ນັບວ່າມີນັກທ່ອງທ່ຽວ ທັງພາຍໃນ ແລະຕ່າງປະເທດໃຫ້ຄວາມສົນໃຈຢ່າງຫຼວງຫຼາຍ
ສໍາລັບ ສະຖານທີ່ທ່ອງທ່ຽວ ພູຜາມ່ານ ແຂວງຄໍາມ່ວນ ສະຖານທີ່ທ່ອງທ່ຽວໃໝ່ທີ່ທ້າທາຍຫຼາຍ ແລະ ໜ້າລອງໄປສຳຜັດດ້ວຍຕົນເອງ
ຫຼ້າສຸດ ໜຸ່ມ ໝາກ ປຣິ່ນ ພະເອກນັກສະແດງຊ່ອງ 3 ໄທ ທີ່ໃຜໆກໍຕ້ອງຮູ້ຈັກລາວ
ທີ່ມີຜົນງານຫຼາກຫຼາຍການສະແດງ ແລະ ຫຼ້າສຸດແມ່ນມີຮູບເງົາ ຈອມຂະມັງເວດ 2020 ທີ່ໂດງດັງໃນລະດັບໜື່ງ
ໜຸ່ມໝາກ ປຣິ່ນ ກໍມາສໍາຜັດຄວາມສູງ, ທ້າທາຍທີ່ສະຖານທີ່ທ່ອງທ່ຽວແຫ່ງນີ້ເປັນທີ່ຮຽບຮ້ອຍໂດຍໄດລົງພາບໄວ້ຢ່າງທີ່ເຮົາໄດ້ເຫັນ
.