ໄດ້ແຕ່ງງານຍ້ອນຮູ້ຈັກຜ່ານເກມອອນລາຍ ສຸດທ້າຍມາສ້າງຄອບຄົວນຳກັນ
ປັດຈຸບັນສັງຄົມໂລກອອນລາຍ ຖືວ່າເປັນກະແສຮືຮາຢ່າງແຮງ ໂດຍສະເພາະແມ່ນເກມອອນໄລ ຫຼາຍຄົນໄດ້ພົບປະໝູ່ຄູ່ ແລະ ອາດມີບາງຄົນໄດ້ພັດທະນາຈາກຄົນຮູ້ຈັກມາສູ່ຄວາມຮັກທີ່ສົມບູນແບບ
ດັ່ງຄູ່ຮັກຄູ່ນີ້ໄດ້ພົບກັນ ຮູ້ຈັກກັນຜ່ານເກມ ແຕ່ກໍໄດ້ພັດທະນາຄວາມສຳພັນ ສຸດທ້າຍກໍໄດ້ແຕ່ງງານກັນ
ຈາກຜູ້ໃຊ້ເຟສບຸກຊື່ Lloy Zaep Ver ໄດ້ໂພສຂໍ້ຄວາມ ແລະ ຮູບພາບວ່າ :
ຂອບໃຈນຳພໍ່ແມ່ພີ່ນ້ອງ ລຸງປ້າ ອາວອາ ໝູ່ຄູ່ເພື່ອນມິດສະຫາຍ ທີ່ມາຮ່ວມຍິນດີນຳຄູ່ສ້າງຄອບຄົວໃໝ່ຂອງຂ້າພະເຈົ້າເອງ.
ແລະຂອບໃຈນຳMobile Legends Laos🇱🇦 (ປະເທດລາວ)ທີ່ເຮັດໃຫ້ຄົນບໍ່ເຄີຍຮູ້ຈັກກັນມາກ່ອນກາຍມາເປັນຄອບຄົວດຽວກັນໄດ້😁😁
ເມື່ອເລື່ອງລາວນີ້ໄດ້ເຜີຍແຜ່ອອກໄປຫຼາຍຄົນເຂົ້າມາສະແດງຄວາມຄິດເຫັນແຊວໆກັນເລີຍລະ
.