ໃສ່ບາດຕາມວັນເກີດ ຖືກວິທີ ພາໃຫ້ຊີວິດຈະເລີນກ້າວໜ້າຮຸ່ງເຮືອງ
ເປັນຄວາມເຊື່ອສ່ວນບຸກຄົນເທົ່ານັ້ນ ຄວນໃຊ້ວິຈາລະນະຍານໃນການອ່ານ
+ ຄົນເກີດໃນວັນຈັນ : ອາຫານຄາວ : ປະເພດສັດປີກ, ສັດນ້ຳ ເຊັ່ນໄກ່ຜັດຂິງ, ໄກ່ປິ້ງ, ໄກ່ທອດ, ປູຜັດຜົງກະຮີ, ປູໜຶ້ງ, ເຂົ້າມັນໄກ່, ເຂົ້າຜັດປູ, ເຕົ້າຮູ້ທອດ, ແກງຈືດເຕົ້າຮູ້, ແກງເຜັດເປັດປິ້ງ, ປາສະລິດທອດ.
ອາຫານຫວານ : ນ້ຳເຕົ້າຮູ້, ນົມຖົ່ວເຫຼືອງ, ນ້ຳອ້ອຍ, ໂດນັດ, ນົມສົດ, ນົມກ່ອງ, ເຜືອກ.
ຂອງຖວາຍພຣະ : ແກ້ວນ້ຳ, ແຈກັນ, ຂອງໂປງໆ ໃສໆ.
ເຮັດທານ : ມູນນິທິຊ່ວຍເຫຼືອຜູ້ຍິງ.
ພຶດຕິກຳ : ເຮັດຈິດໃຈໃຫ້ສົດຊື່ນແຈ່ມໃສ ຢູ່ສະເໝີ ຢ່າວິຕົກກັງວົນເກີນເຫດ ໃຫ້ຄວາມຊ່ວຍເຫຼືອຜູ້ຍິງເຊັ່ນລຸກ ໃຫ້ຜູ້ຍິງນັ່ງເທິງລົດເມບໍລິຫານກ້າມເນື້ອໜ້າເອິກໃຫ້ແຂງແຮງ.
+ ຄົນເກີດໃນວັນອັງຄານ : ອາຫານຄາວ : ອາຫານປະເພດເສັ້ນ ເຂົ້າປຸ້ນ, ວຸ້ນເສັ້ນ, ໝີ່, ເຜີ, ຊີ້ນງົວ ປາຄໍຕາກແຫ້ງທອດ.
ອາຫານຫວານ : ຝອຍທອງ, ລອດຊ່ອງ ໝາກທຸລຽນ, ໝາກມີ້, ນ້ຳສະໄປ, ນ້ຳອັດລົມ.
ຂອງຖວາຍພຣະ : ເຫຼັກ ເຄື່ອງມືປະເພດເຫຼັກ ມີດຕັດ, ແປງສີແຂ້ວ, ຢາສີແຂ້ວ, ພັດລົມ, ມີດຕັດເລັບ.
ໄຫວ້ພຣະ : ປາງໄສຍາສ (ພຣະນອນ) ມີກຳລັງເທົ່າກັບ 8 (ສວດແບບຫຍໍ້ ຕິ ຫັງ ຈະ ໂຕ ໂຮ ຖິ ນັງ).
ເຮັດທານ : ຄົນພິການທາງປາກ, ປາກແຫວ່ງ, ຜູ້ປ່ວຍພະຍາດລົມເກືອບ.
ພຶດຕິກຳ : ເຮັດຕົວໃຫ້ກະສັບກະເສງ ຕື່ນຕົວ ຂະຫຍັນໃຫ້ຫລາຍຂຶ້ນຫຼຸດອາລົມຮ້ອນ ການຊິງດີຊິງເດັ່ນ.
+ ຄົນເກີດໃນວັນພຸດ (ກາງເວັນ) : ອາຫານຄາວ : ເນັ້ນສີຂຽວ-ໝູ ແກງຂຽວຫວານໝູ, ໝູປິ້ງ, ໝູທອດ, ຜັດພິກໝູ, ຄະນ້ານ້ຳມັນຫອຍ.
ອາຫານຫວານ : ຂະໜົມປຽກປູນຂຽວ, ນ້ຳໝາກສີດາ, ຊົມພູ່ຂຽວ, ລາແຊັງຂຽວ, ໝາກມ່ວງຂຽວສະເວີຍ, ຊາໝາກນາວ.
ຂອງຖວາຍພຣະ : ສະມຸດ, ກະດາດ, ບິກ, ສໍ ອຸປະກອນການຮຽນການສຶກສາ.
ໄຫວ້ພຣະ : ປາງອຸ້ມບາດ (ພະປະຈຳວັນເກີດ) ມີກຳລັງເທົ່າກັບ 17 (ສວດແບບຫຍໍ້ປິ ສັມ ຮະ ໂລ ປຸ ສັຕ ພຸທ ).
ເຮັດທານ : ຄົນພິການທາງຫູ, ໂຮງພະຍາບານພະຍາດສະຫມອງ, ໂຮງຮຽນສອນຄົນຫູໜວກ.
ພຶດຕິກຳ : ອ່ານຫນັງສືທຳມະ ຮ້ອງເພງ ຝຶກສ້າງຄວາມຫມັ້ນໃຈໃຫ້ຕົນເອງ.
+ ຄົນເກີດໃນວັນພຸດ (ກາງຄືນ) : ອາຫານຄາວ : ຂອງໝັກດອງ ຜັກກາດດອງຜັດໄຂ່ ອາຫານກະປ໋ອງ ແກງໃບຢໍ ໝູຍໍ ແໜມ ໄຂ່ຢ່ຽວມ້າ ຫໍ່ໝົກ.
ອາຫານຫວານ : ເຂົ້າໝາກ, ຂະໜົມປຽກປູນດຳ, ເສົາກ໊ວຍ, ເຂົ້າໜຽວດຳ, ເມັດໝາກມ່ວງຫິມະພານ, ຫມາກໄມ້ຫົວໃຫຍ່ໆ.
ຂອງຖວາຍພຣະ : ພັດລົມ, ເທບທຳມະ, ຢາແກ້ພະຍາດລົມ, ຢາຫອມ.
ໄຫວ້ພຣະ : ປາງປ່າເລໄລ (ພະປະຈຳວັນເກີດ) ມີກຳລັງເທົ່າກັບ 12 (ສວດແບບຫຍໍ້ ຄະ ພຸດ ປັນ ທູ ທັມ ວະ ຄະ).
ເຮັດທານ : ມູນນິທິຫລືຫນ່ວຍງານທີ່ກ່ຽວກັບຢາເສບຕິດ.
ພຶດຕິກຳ : ເລີກສູບຢາ ເລີກດື່ມຫລືຫຼຸດປະລິມານການດື່ມແອນກໍຮໍທຸກຊະນິດ ເລີກການພະນັນ ເລີກເຮັດຕົວບໍ່ໄວ້ວາງໃຈ ເລີກທ່ຽວກາງຄືນ ເລີກຢາເສບຕິດທຸກຊະນິດ.
+ ຄົນເກີດໃນວັນພະຫັດ : ອາຫານຄາວ : ປະເພດເຄືອ ແກງລຽງ ບວບຜັດໄຂ່ ນ້ຳເຕົ້າ.
ອາຫານຫວານ : ແຕງໂມ, ນ້ຳສະຫມຸນໄພ, ໝາກກ້ຽງ, ສາລີ, ນ້ຳໝາກຕູມ, ນ້ຳວ່ານຫາງແຂ້.
ຂອງຖວາຍພຣະ : ຜ້າສະບົງ, ຫນັງສືທຳມະ, ຕູ້ຢາ ໂຕະໝູ່ບູຊາ.
ໄຫວ້ພຣະ : ປາງສະມາທິ (ພະປະຈຳວັນເກີດ) ມີກຳລັງເທົ່າກັບ 19 (ສວດແບບຫຍໍ້ ພະ ສັມ ສັມ ວິ ສະ ເທ ພະ)
ເຮັດທານ : ໂຮງພະຍາບານສົງ ບໍລິຈາກເຂົ້າສານ ເສື້ອຜ້າ ຜ້າຫົ່ມກັນໜາວ.
ພຶດຕິກຳ : ນັ່ງສະມາທິ ສວດມົນ ຖືສິນ 5 ຢ່າຊື່ຈົນເກີນໄປ.
+ ຄົນເກີດໃນວັນສຸກ : ອາຫານຄາວ : ປະເພດຂອງຫອມ, ຫວານ, ເຂົ້າຫອມມະລິ, ຜັກກາດຫອມ, ໄຂ່ຈຽວຫອມໃຫຍ່, ຍຳຫົວຫອມ.
ອາຫານຫວານ : ຂະໜົມຫວານ, ຫອມທຸກຊະນິດ, ນ້ຳເກ໊ກຮວຍ, ຫມາກໄມ້ທີ່ມີກິ່ນຫອມ, ກ້ວຍຫອມ, ເຄັກ.
ຂອງຖວາຍພຣະ : ໂມງ, ໂຕະຮັບແຂກ, ດອກໄມ້ງາມຫອມ, ລະຄັງ.
ໄຫວ້ພຣະ : ປາງຮຳພຶງ (ພະປະຈຳວັນເກີດ) ມີກຳລັງເທົ່າກັບ 21 (ສວດແບບຫຍໍ້ ວາ ໂທ ໂນ ອະ ມະ ມະ ວາ).
ເຮັດທານ : ເດັກດ້ອຍໂອກາດ ,ໃຫ້ເງີນໃຫ້ເສື້ອຜ້າ, ອາຫານທີ່ຫອມຫວານຊວນກິນ ເຊັ່ນ ໄອສະຄຮີມ.
ພຶດຕິກຳ : ເຮັດຕົວໃຫ້ສົດຊື່ນແຈ່ມໃສ ບຳລຸງ ເບິ່ງແຍງຕົວເອງໃຫ້ເບິ່ງດີຢູ່ຕະຫລອດ ຈັດສິ່ງແວດລ້ອມໃຫ້ໜ້າຢູ່ສວຍງາມ ເລີກການຟຸ່ມເຟືອຍ.
+ ຄົນເກີດໃນວັນເສົາ : ອາຫານຄາວ : ປະເພດຂອງຂົມ, ຂອງດຳມະລະຍັດໄສ້, ສະເດົານ້ຳປາຫວານ, ນ້ຳພິກປາທູ, ໝາກເຂືອຍາວ.
ອາຫານຫວານ : ລູກຕານເຊື່ອມ, ກາເຟ.
ຂອງຖວາຍພຣະ : ຄັນຮົ່ມສີດຳ, ກະເບື້ອງມຸງຫຼັງຄາ, ໄມ້ກວາດ, ສ້າງຫ້ອງນ້ຳຖວາຍວັດ.
ໄຫວ້ພະະ : ປາງນາກປົກ (ພະປະຈຳວັນເກີດ) ມີກຳລັງເທົ່າກັບ 10 (ສວດແບບຫຍໍ້ ໂສ ມາ ນະ ກະ ຮະ ຖາ ໂທ)
ເຮັດທານ : ໂຮງພະຍາບານພະຍາດຈິດ, ໂຮງພະຍາບານພະຍາດປະສາດ.
+ ຄົນເກີດໃນວັນອາທິດ : ອາຫານຄາວ : ປະເພດໄຂ່, ໄຂ່ດາວ, ຈືນໄຂ່, ໄຂ່ລູກເຂີຍ, ຕົ້ມ, ແກງກະທິ.
ອາຫານຫວານ : ໄຂ່ຫວານ, ໝາກພ້າວອ່ອນ, ໝາກພ້າວແກ້ວ, ຂະໜົມໃສ່ກະທິ, ນ້ຳກະຈ໊ຽບ, ນ້ຳໝາກພ້າວ ນ້ຳຂິງ, ໝາກເງາະ.
ຂອງຖວາຍພຣະ : ຫຼອດໄຟ, ໄຟສາຍ, ທຽນ, ທູບ ອຸປະກອນແສງສະຫວ່າງ ແວ່ນຕາ ໝາກພູ.
ໄຫວ້ພຣະປາງ : ຖວາຍເນດຣ (ພະປະຈຳວັນເກີດ) ກຳລັງມື້ເທົ່າກັບ 6 (ສວດແບບຫຍໍ້ ອະ ວິດ ສຸ ນຸສ ສາ ນຸດ ຕິ).
ເຮັດທານ : ເຕີມນ້ຳມັນຕະກຽງຕາມວັດ, ຄົນຕາບອດ ໂຮງພະຍາບານພະຍາດຕາ, ມູນນິທິຄົນຕາບອດ, ໂຮງພະຍາບານ, ພະຍາດຫົວໃຈ, ມູນນິທິພະຍາດຫົວໃຈ.
ພຶດຕິກຳ : ອອກຮັບແສງອາທິດອ່ອນໆ ຊ່ວງເຊົ້າຫລືແລງໆ ເພື່ອໃຫ້ເກີດພະລັງຢ່າໃຈຮ້ອນເລີກທິຖິເຮັດຕົວເປັນປະໂຫຍດຕໍ່ຜູ້ອື່ນ.