ໃນຍາມທີ່ເຮົາຕົກອັບ ລຳບາກ ຈະມີໃຜຢາກຮູ້ຈັກເຮົາ ຈະມີໃຜຍັງຢາກຄົບເຮົາຢູ່
ຊີວິດຂອງຄົນເຮົາຈຳເປັນຕ້ອງຢູ່ກັບຄົນຫຼາກຫຼາຍປະເທດ ບໍ່ໄດ້ຢຸ່ຕົວຄົນດຽວໃນໂລກໃບນີ້
ແຕ່ການມີຄົນທີ່ຢູ່ຄຽງຂ້າງເຈົ້າຈະໄດ້ຮູ້ແບບໃດວ່າເຂົາມີຄວາມຈິງໃຈ ແລະ ເຂົາມີຄວາມຫ່ວງໄຍເຈົ້າຢ່າງແທ້ຈິງ ຫາກເຈົ້າຍັງບໍ່ເຄີຍຕົກອັບ ຊີວິດລຳບາກ
ຕົວເຮົາເອງຈະຮູ້ຈັກຄົນຫຼາຍປານໃດ ຖ້າຫາກເຮົາຮູ້ຈັກຄົນຫຼາຍ ໃຫ້ລອງຖາມຕົວເອງເບີ່ງວ່າ
ໃນເວລາຕົວເຮົາຕົກອັບ ລຳບາກ ຊີວິດລຳບາກ ມີບັນຫາ ບໍ່ມີເງິນໃຊ້ ໃຜແນ່ຍັງຢາກຢູ່ຄຽງຂ້າງເຮົາ
ຍັງຢາກຄົບເຮົາ ຍັງຢາກຮູ້ຈັກເຮົາ ຄົນແບບນີ້ຈະຍັງເຫຼືອຈັກຄົນທີ່ປາກົດໃຫ້ເຫັນໃນຍາມທີ່ລຳບາກ
ຄົນທີ່ຄ່ອຍຊ່ວຍເຫຼືອເຮົາໃນຍາມຊີວີດລຳບາດຂັດສົນ ຄົນທີ່ເປັນໝູ່
ໃຫ້ກຳລັງໃຈຢູ່ຄຽງຂ້າງຈະຍັງເຫຼືອຈັກຄົນໃນຕອນນັ້ນ ຕອນລຳບາກນັ້ນລະຈະຊັດເຈນວ່າໃຜຄົບກັບເຮົາດ້ວຍຄວາມຈິງໃຈ
ຢ່າບອກເລີຍວ່າໃຜຕໍ່ໃຜ ວ່າເຮົາມີຄົນຮັກເຮົາຫຼາກຫຼາຍ ຄົນລໍຄອຍຊ່ວຍເຫຼືອຫຼາຍ
ຖ້າບໍ່ພົບຈຸດທີ່ຊີວີດລຳບາກ ມັນກໍບໍ່ແນ່ນອນສະເໝີໄປ ຈະຍື່ນມືເຂົ້າມາຊ່ວຍເຫຼືອເຮົາຍາມລຳບາກ
ມີບາງຄົນທີ່ຍື່ນມາຊ່ວຍແຕ່ກໍໜ້ອຍຫຼາຍທີ່ຈະພົບໝູ່ປະເພດນີ້ ຖ້າໃຜພົບກໍຖືວ່າດຫຼາຍ.