ໂຊຊຽວແຊຣ໌ສະນັ່ນ !! ຍອມເຮັດວຽກເຮືອນທຸກຢ່າງ ເພື່ອໃຫ້ລູກແລະເມຍຕ້ອງຢູ່ຢ່າງສະບາຍ
ຫລັງຈາກພໍ່ມືໃຫມ່ ທ່ານຫນື່ງໄດ້ໂພສວ່າ ສຸພາບບຸລຸດຊ່າງຊ້ອມແປງ ພໍ່ມືໃຫມ່ ໄດ້ມີການເບີກຄ່າເກີດລູກ ສິດທິປະກັນສັງຄົມໄປແລ້ວ ລ້າສຸດມາແຊຣໂມເມັນຫນ້າຮັກ ດູແລແມ່ທ້ອງ ຊັກຜ້າອ້ອມ ອາບນ້ຳລູກ ພ້ອມເລົ່າເຖີງເສັ້ນທາງຮັກສຸດໂລແມນຕິກ ຈົນອົດອິດສາບໍ່ໄດ້
ຕັ້ງແຕ່ທີ່ຂ້ອຍຮູ້ວ່າ ລາວກຳລັງຕັ້ງຄັນ ຂ້ອຍກັບພະຍາຍາມຫາຂໍ້ມູຕ່າງໆ ໃນໂລກອີນເຕີເນັດ ກ່ຽວກັບອາການຂອງຄົນທ້ອງ ແມ້ຕອນທີ່ລາວທ້ອງ ຂ້ອຍກໍ່ພະຍາຍາມພາລາວອອກໄປເຮັດກິດຈະກຳຕ່າງໆ ທັງຂື້ນພູລົງຫ້ວຍ ເພາະມີຄວາມເຊື່ອວ່າ ລູກອອກມາຈະໄດ້ແຂງແຮງ ອີກທັງຍັງໃຫ້ແມ່ຮູ້ສຶກອາລົມດີມີຄວາມສຸກ ອາລົມຂອງແມ່ເປັນແບບໃດນັ້ນຈະສົ່ງຜົນຕໍ່ລູກໃນຄັນໂດຍຕົງເລີຍ
ຕອນທ້ອງ 9 ເດືອນ ເຊີ່ງຖືກກັບວັນສົງການພໍດີ ແມ່ເຫັນຜູ້ຄົນຫລີນນ້ຳກັນຢ່າງສະຫນຸກສະຫນານ ພໍ່ເອງກໍ່ຢາກໃຫ້ແມ່ອາລົມດີມີຄວາມສຸກແບບຄົນອື່ນເຂົາ ພໍ່ກໍ່ເລີຍ ພາແມ່ໄປທ່ຽວສວນນ້ຳ #ໃນທີ່ສຸດແມ່ກໍ່ໄດ້ປຽກນ້ຳໃນວັນສົງການແລ້ວ
ໃນວັນທີ່ແມ່ກຽມຈະເກີດລູກນັ້ນ ພໍ່ສົງສານແມ່ແທບຈະນ້ຳຕາໄຫລ ເມື່ອໄດ້ເຫັນຄວາມເຈັບປວດຂອງມະນຸດຜູ້ຍີງຄົນຫນື່ງ ຈົນຂ້ອຍເຂົ້າໃຈຫົວອົກຄົນເປັນຜູ້ຍີງ ວ່າເຂົາເຈັບປວດທໍລະມານແລະມີຄວາມລຳບາກຂະຫນາດໃດຄວາມຣຮູ້ສືກຕອນນັ້ນ ຂ້ອຍລະຢາກຈະໄປເກີດແທນເຂົາແທ້ເພາະສົງສານ
ກິດຈະກຳທີ່ຂ້ອຍເຮັດແທນແມ່ນັບຕັ້ງແຕ່ວັນທີ່ແມ່ເກີດນ້ອງ ກໍ່ຄືຊັກຜ້າອ້ອມ ເພາະມົດລູກຂອງແມ່ຍັງບໍ່ເຂົ້າທີ່ປະກອບກັບມີອາການເຈັບແຜຫລາຍ ເວລານັ່ງແມ່ຈະຮູ້ສືກເຈັບຫລສຍ ຂ້ອຍຈື່ງຮັບອາສາເຮັດຫນ້າທີ່ນີ້ແທນລາວ
ນ້ອງເຊັກອີນເລີ່ມກີນເກັ່ງຫລາຍຂື້ນເລື່ອຍໆ ສັງເກດຈາກຈຳນວນຜ້າອ້ອມທີ່ຫລາຍຂື້ນເລື່ອຍໆຂ້ອຍພົບທັງປັດສາວະ ແລະ ອຸດຈາລະຂອງນ້ອງເຊັກອິນແບບຈັດເຕັມ ແຕ່ຂ້ອຍກໍ່ບໍ່ເຄີຍລັງກຽດ ຂ້ອຍບໍ່ຢາກເອົາໄປຊັກເຄື່ອງເພາະຂ້ອຍບໍ່ຫມັ້ນໃຈໃນການຊະລ້າງ
ຜີວເດັກເກີດໃຫມ່ນັ້ນບອບບາງຫລາຍ ຂ້ອຍຢ້ານຈະແພ້ ຖ້າຖາມວ່າເປັນຫຍັງບໍ່ຫາຄົນມາຊ່ວຍລ້ຽງ ຂ້ອຍຢາກຈະບອກວ່າລູກຂອງເຮົາ ເຮົາເປັນຄົນເຮັດເຂົາເກີດຂື້ນມາເຮົາກໍ່ຕ້ອງລ້ຽງເອງ ຄົນອື່ນເຂົາບໍ່ໄດ້ຮູ້ເລື່ອງຫລືກ່ຽວຂ້ອງຫຍັງຄິດເຖີງພໍ່ແມ່ຂອງເຮົາລຸ້ນເຂົາລຳບາກກວ່າລຸ້ນເຮົາຫລາຍ ເຂົາຍັງລ້ຽງດູແລເຮົາເອງໄດ້ເລີຍ
ພັນລະຍາບ້ານໃດມີສາມີຫນ້າຮັກແບບນີ້ ມາບອກເລົ່າເລື່ອງລາວ ແບ່ງປັນໃຫ້ຫມູ່ເພື່ອນໄດ້ຮູ້ກັນ ເລື່ອງດີໆຢ່າງນີ້ຫນ້າຊື່ນຊົມອອກສື່ ຫລື ສາມີບ້ານໃດທີ່ມີພັນລະຍາາຫນ້າຮັກເອົາໃຈໃສ່ ກໍ່ນຳມາແຊຣເລື່ອງລາວໄດ້ເຊັ່ນກັນ