ໂຊຊຽວແຊຣ໌ກັນສະນັ່ນ !! ເມື່ອຍິງສາວຂັບລົດບັນທຸກ ໂພສປະກາດຫາຄູ່(ຜົວ) ພ້ອມລ້ຽງດູຜົວຂໍພຽງແຕ່ຮັກແທ້
ຮືຮາກັນທັງໂຊຊ້ຽວ ຫລັງມີສາວລົດບັນທຸກ ໂພສປະກາດຫາຄູ່(ຜົວ) ພ້ອມເງື່ອນໄຂແລະລາຍລະອຽດທີ່ແສນລໍ້ໃຈອອກສູ່ໂລກໂຊຊ້ຽວ ລາວມີເງິນລ້ຽງດູ ບໍ່ຕ້ອງການຫຍັງຈາກຝ່າຍຊາຍ ແຕ່ຂໍພຽງຢ່າງດຽວເທົ່ານັ້ນ Yunge ສາວຂັບລົດບັນທຸກປະກາດຫາຄູ່ຮັກ ກາຍເປັນທີ່ເວົ້າເຖີງຢ່າງຫລາຍໃນໂ ລກອອນລາຍ ມີພູມິລຳເນົາຢູ່ທີ່ສືເຈີຍຈວງ ໃນມົນທົນເຫີເປ່ຂອງຈີນ
ໜ້າຮັກ
ສະໄຫມຍັງນ້ອຍລາວມັກຫລີນລົດບັນທຸກຫລາຍ ຜິດກັບເດັກຍີງໄວັດຽວກັນທີ່ມັກຫລີ້ນຕຸກກະຕາ ດ້ວຍເຫດຜົນນີ້ພໍ່ຂອງລາວຈື່ງຫອບເອົາລົດບັນທຸກມາໃຫ້ລາວຫລີ້ນຢູ່ເປັນປະຈຳ ເມື່ອລາວໃຫຍ່ຂຶ້ນ Yunge ໄດ້ປ່ຽນຄວາມຫລົງໄຫລ ໄວເດັກໃຫ້ເປັນງານສ້າງອາຊີບ ດ້ວຍການຝືກຂັບລົດບັນທຸກ ຈົນສາມາດໄປສອບລົດບັນທຸກໄດ້ລະດັບ A 2 ພາຍໃນໄລຍະເວລາພຽງປີເຄີ່ງ
ແຕ່ດ້ວຍວຽກທີ່ເຮັດໄປວັນໆ ເອົາແຕ່ຂັບລົດບັນທຸກຢ່າງດຽວ ບໍ່ຄ່ອຍໄດ້ມີປະຕິສໍາພັນກັບຄົນອື່ນຫລາຍ ພໍ່ຂອງລາວຈື່ງມັກເລັ່ງໃຫ້ Yunge ຫາຄູ່ຄອງແຕ່ງງານເປັນເລື່ອງເປັນລາວ ຢ້ານວ່າເຂົາອາດຢູ່ບໍ່ເຖີງວັນນັ້ນ Yunge ຈື່ງຕັດສີນໃຈເຮັດປ້າຢຕິດຮອບລົດປະກາດຫາຊາຍຫນຸ່ມມາເປັນສາມີລາວ
ແຂງແຮງແບບໜ້າຮັກ
ປ້າຢດັງກ່າວຂຽນເອົາໄວ້ວ່າ “ຂ້ອຍຈະລ້ຽງດູເຈົ້າເອງ ເຈົ້າພຽງຮັກຂ້ອຍພຽງຢ່າງດຽວກໍ່ພໍ” Yunge ອະທິບາຍເພີ່ມເຕິມວ່າ ລາວເຮັດວຽກເປັນຄົນຂັບລົດບັນທຸກມາດົນຫລາຍປີ ເຮັດລາຍໄດ້ໃຫ້ຄອບຄົວເດືອນລະປະມານ20,000 ຫຍວນ ຫລື ປະມານ 90,000 ບາດ(20ປາຍລ້ານກີບ) ພຽງພໍທີ່ຈະໃຊ້ຊີວິດໄດ້ຢ່າງບໍ່ຂັດສົນ
ຕັ້ງໃຈເຮັດວຽກ
ດ້ານຊາວເນັດຕ່າງຊື່ນຊົມຄວາມເກັ່ງຂອງ Yunge ຫລາຍ ບາງຄົນບອກວ່າ “ຂ້ອຍໃຊ້ເວລາກວ່າ 2 ປີເຖີງຈະສອບໄດ້ໃບຂັບຂີ່ ແຕ່ລາວຄົນນີ້ກັບໃຊ້ເວລາເຄີ່ງປີ ສອບໃບອະນຸຍາດຂັບລົດບັນທຸກລະດັບ A2 ໄດ້ເກັ່ງຢ່າງນີ້ລາວຕ້ອງຫາຮັກແທ້ພົບຢ່າງແນ່ນອນ” ໃຜສົນໃຈກໍ່ລອງສົ່ງຮູບໄປສະຫມັກໄດ້
ຊີວິດຕິດກັບລົດແລະຖະໜົນບໍ່ເວລາອອກໄປສະນຸກຄືຄົນື່ນ