ແຂວງ ອັດຕະປື ຈະພັດທະນາໂຄງການພະລັງງານລົມຂະໜາດ 600 ເມກາວັດ ແຫ່ງທຳອິດຂອງ ສປປ ລາວ
ສຳນັກຂ່າວອັດຕະປືມີເດຍ ໄດ້ລາຍງານ ຈາກກອງປະຊຸມກ່ຽວກັບຄວາມຄືບໜ້າໂຄງການພະລັງງານລົມ ຂຶ້ນທີ່ຫ້ອງວ່າການປົກຄອງ ແຂວງອັດຕະປື ໃນທ້າຍເດືອນທີ່ຜ່ານມາ,
ກອງປະຊຸມໄດ້ຮັບຟັງການລາຍງານຄວາມຄືບໜ້າການພັດທະນາໂຄງການດ້ານພະລັງງານມອນຊຸນວິນລາວ,ເຊິ່ງເປັນໂຄງການພະລັງງານລົມ. ໂຄງການດັ່ງກ່າວ, ຕັ້ງຢູ່ເຂດເຊື່ອມຕໍ່ລະຫວ່າງ ເມືອງຊານໄຊ ແຂວງອັດຕະປື ກັບ ເມືອງດາກຈຶງ ແຂວງເຊກອງ ມີກຳລັງຕິດຕັ້ງທັງໝົດ 600 ເມກາວັດ ມູນຄ່າຄາດຄະເນຂອງໂຄງການແມ່ນ 900 ລ້ານໂດລາສະຫະລັດ
ໂຄງການດັ່ງກ່າວຖືວ່າແມ່ນໂຄງການພະລັງງານລົມແຫ່ງທຳອິດຂອງ ສປປລາວ, ຕາມແຜນພັດທະນາຂອງໂຄງການແມ່ນຈະເລີ່ມຜະລິດ ແລະ ສົ່ງໄຟຟ້າຂາຍໃຫ້ ສສ ຫວຽດນາມ ພາຍໃນປີ 2023
ຂໍ້ມູນ: Attapeu Media.