ເຮົາບໍ່ຄວນຄົບກັບຜູ້ຊາຍທີ່ບໍ່ “ພະຍາຍາມ” ເຮັດຫຍັງເພື່ອເຮົາເລີຍ
ຄຳວ່າແຟນໃນຄວາມໝາຍຂອງເຈົ້າຄືຫຍັງ ຫຼື ຄຳຈຳກັດຄວາມຂອງຄຳວ່າແຟນນີ້ມັນໝາຍຄວາມວ່າແນວໃດຄົນທີ່ມີແຟນ ເຈົ້າຮູ້ຫຼືຍັງວ່າຄຳວ່າ “ແຟນ” ໝາຍຄວາມວ່າຫຍັງ ແຟນຄື…ຄົນທີ່ເຮົາມີສິດໃຈຕົວເຂົາ (ແຕ່ກໍບໍ່ຫຼາຍເດີ) ແລະ ກໍເປັນກຳລັງໃຈ ເປັນຄົນທີ່ເຮັດໃຫ້ເຮົາມີຄວາມສຸກ ມື້ນີ້ເຮົາມີບົດຄວາມດີໆ ທີ່ຈະເຮັດໃຫ້ທຸກທ່ານເຂົ້າໃຈຄຳວ່າຮັກຫຼາຍຂຶ້ນ
ຢ່າຄົບກັບຜູ້ຊາຍທີ່ບໍ່ “ພະຍາຍາມ” ເຮັດຫຍັງເພື່ອເຈົ້າເລີຍ ຢ່າເດດກັບຜູ້ຊາຍທີ່ບໍ່ “ພະຍາຍາມ” ຫຍັງເລີຍທີ່ຈະມີ #ຄວາມສຳພັນທີ່ພິເສດ ກັບເຈົ້າ ຜູ້ຊາຍທີ່ຈະມາເຈີເຈົ້າພຽງແຕ່ຕອນທີ່ເຂົາວ່າງ ແລະ ເຈົ້າຕ້ອງເປັນຝ່າຍພະຍາຍາມ ມາຫາເຂົາ
ຜູ້ຊາຍທີ່ຈະເປັນແບບທີ່ເຂົາເປັນ ບໍ່ແຄຣ໌ວ່າເຈົ້າຈະຮູ້ສຶກແນວວໃດ ແລະ ເຈົ້າຕ້ອງເປັນຝ່າຍ “ພະຍາຍາມຍອມຮັບ” ເຂົາ
ຜູ້ຊາຍທີ່ຈະບໍ່ໂທ ຫຼື ສົ່ງຂໍ້ຄວາມຫາເຈົ້າ ນອກຈາກບໍ່ມີຫຍັງເຮັດ ແລະ ເຈົ້າຕ້ອງເປັນຝ່າຍ ພະຍາຍາມຕິດຕໍ່ ເຂົາຜູ້ຊາຍທີ່ຈະບໍ່ເວົ້າຈິງຈັງ ເຖິງຄວາມສຳພັນລະຫວ່າງເຈົ້າ ແລະ ເຂົາ ແລະ ເຈົ້າຕ້ອງເປັນຝ່າຍພະຍາຍາມບີບຄັ້ນເຂົາ ຢ່າເດດກັບຜູ້ຊາຍທີ່ບໍ່ ພະຍາຍາມ ຫຍັງເລີຍ ທີ່ຈະເຮັດໃຫ້ເຈົ້າ ປະທັບໃຈ
ເພາະນັ້ນຄືສັນຍານທີ່ບອກວ່າ ເຈົ້າບໍ່ໄດ້ “ພິເສດ” ຫຼື ແມ້ແຕ່ “ສຳຄັນ” ກັບເຂົາ ຈຳໄວ້ວ່າ ເຈົ້າເດດກັບຜູ້ຊາຍເພື່ອຈັກມື້ເຈົ້າຈະພົບໃຜຈັກຄົນ ທີ່ເຈົ້າຈະ “ໃຊ້ຊີວິດຮ່ວມກັບເຂົາ” ໄດ້ຕະຫຼອດໄປ ບໍ່ແມ່ນພຽງແຕ່ໃຜຈັກຄົນ ທີ່ເຈົ້າຈະ “ມີຄວາມສຸກນຳຊົ່ວຄາວ” ດັ່ງນັ້ນ ຢ່າ “ເສຍເວລາ” ຖ້າ “ບໍ່ແມ່ນ” ໄປທາງໜ້າ “ຜູ້ຊາຍທີ່ດີກວ່າ” ຖ້າຢູ່.