ຈາກຜູ້ໃຊ້ເຟສບຸກລາຍໜື່ງໄດ້ໂພສຮູບພາບ ແລະ ຂໍ້ວ່າດັ່ງນີ້ :
ນະລົກສ້າງຫຼືສະຫວັນກັ່ນແກ້ງ😞
ເດືອນແລ້ວນີ້ຂ້ອຍໄດ້ໄປຜົ້ງສາລີມາແລະໄດ້ເດີນທາງໄປເມືອງໃໝ່ໄດ້ໄປພົບເຈີກັບເລື່ອງລາວທີ່ໜ້າຫົດຫູ່ໃຈຂອງທ້າວນ້ອຍໆນີ້ທີ່ອາໄສຢູ່ບ້ານຫ້ວຍຈິກເມືອງໃໝ່ແຂວງຜົ້ງສາລີ
ລາວພິການມາແຕ່ກຳເນີດຕີນລາວຈະບິດໄປທາງດ້ານຫຼັງແລະປາກລາວຈະນ້ອຍແຫຼມຜິດປົກກະຕິເຮັດໃຫ້ກີນເຂົ້າກີນນຳ້ຍາກແຕ່ທີ່ສອບຖາມມາລາວເປັນເດັກນ້ອຍຄົນໜື່ງທີ່ຮຽນເກັ່ງຫຼາຍອາຍຸໄດ້11ປີດຽວນີ້ລາວອາໄສຢູ່ກັບແມ່ເຖົ້າແລະນ້າສາວ
ຍ້ອນເຄາະຊຳ້ກຳຊັດພໍ່ແມ່ແລະນ້ອງຝາແຝດອີກສອງຄົນກະມາດ່ວນຈາກໄປຍ້ອນເຫດດີນຖະລົ່ມປີກາຍລາວລອດມາໄດ້ຍ້ອນລາວກິ້ງໄປຕົກລົງຮ່ອງແລະຜ້າເສື່ອປົກເທິງເຮັດໃຫ້ມີຊ່ອງຫວ້າງແລະມີອາກາດຫາຍໃຈ
ສ່ວນພໍ່ແມ່ແລະນ້ອງອີກສອງຄົນຕາຍຄາທີເຫັນຊີວິດຂອງທ້າວນ້ອຍໆນີ້ແລ້ວບັນຫາໃນຊີວິດເຮົານ້ອຍໄປເລີຍເຮົາໂຊກດີເທົ່າໃດແລ້ວທີ່ເກີດມາແຂນຂາຍັງມີຄົບເຖິງຈະທຸກກາຍແຕ່ຄອບຄົວທີ່ຮັກແພງເຮົາຍັງມີຢູ່
ຊີວິດບໍ່ສີ້ນກະຕ້ອງດີ້ນລົນກັນຕໍ່ໄປ✌️✌️✌️
ຂ້ອຍກະຊ່ວຍເທົ່າທີ່ຂ້ອຍຈະຊ່ວຍເຫຼືອລາວໄດ້ໃນຕອນນັ້ນ,ຖ້າມີໂຄງການດີໆຊ່ວຍເຫຼືອລາວໄດ້ກະຄົງຈະດີກວ່ານີ້ຫຼາຍຊ່ວຍຜ່າຕັດປາກໃຫ້ລາວກະຍັງດີສ່ວນຂານັ້ນຄົງຈະຍາກເກີນໄປ
.
.
ທີ່ມາ 👆👆.