ເມື່ອຄວາມຮັກ ຄວາມສຳພັນມາເຖີງຈຸດອີ່ມຕົວ ຖ້າໝົດຄວາມຮູ້ສຶກນຳກັນແລ້ວ, ຄົງໄປກັນບໍ່ລອດດອກ,ໂອກາດລອດມີໜ້ອຍຫຼາຍ. ແຕ່ຖ້າຍັງມີຄວາມຮູ້ສຶກຢູ່, ຫາກະເລິ່ມຕົ້ນຄືຈະໄປກັນບໍ່ລອດ ແມ່ນໃຫ້ລອງຕັດໄຟແຕ່ຕົ້ນລົມໂດຍໃຊ້ວິທີທີ່ແນະນຳມາໃຫ້ລອງເບິ່ງ ບາງທີອາດຊ່ວຍໄດ້.
ວິທີປະຄອງຄວາມຮັກສຳລັບຄູ່ທີ່ກຳລັງຈະໄປກັນບໍ່ລອດ ກ່ອນອຶ່ນໝົດ ເຮົາຕ້ອງຫາສາເຫດກ່ອນ ວ່າສິ່ງທີ່ເຮັດໃຫ້ທັງສອງຄົນນັ້ນຜິດກັນ ຫຼື ຈະໄປກັນບໍ່ລອດນັ້ນຍອ້ນຫຍັງ ? ຖ້າຫາສາເຫດໄດ້ແລ້ວ ກໍ່ມາອ່ານເບິ່ງວິທີດັ່ງນີ້:
1. ຖ້າສາເຫດຄື “ຄວາມເບຶ່ອ” : ຄືເວລາທີ່ມີຮັກກັນໄປຢູ່ດີໆເກີດຮູ້ສຶກເສີຍໆ ເປັນເບຶ່ອໆ, ຫຼື ອີກຝ່າຍເລີ່ມເສີຍໆເບຶ່ອກັນ ກະລອງຫາຫຍັງທີ່ໃໝ່ໆເຮັດເບິ່ງລະ, ແອັດມິນເຊື່ອວ່າບໍ່ວ່າຈະຮັກກັນຫຼາຍຂະໜາດໃດ ກໍ່ຕ້ອງເຄີຍມີ ໂມເມັນ ທີ່ວ່າເບຶ່ອກັນ ເພາະບໍ່ມີຫຍັງຕື່ນເຕັ້ນ,ມີແຕ່ແນວເກົ່າໆ ລອງຫາຫຍັງຕຶ່ນເຕັ້ນເຮັດ,ມີສີສັນຂື້ນເຊັ່ນວ່າ : ໄປຮ້ານໃໝ່ໆ, ໄປທ່ຽວສະຖານທີ່ໃໝ່ໆ, ປ່ຽນການໃຊ້ຊີວິດປະຈຳວັນແບບເກົ່າໆ ລອງມາເຮັດແນວໃໝ່ໆແບບນີ້ຕື່່ນເຕັ້ນດີ ແລະ ອາດຊ່ວຍໃຫ້ຄວາມຮັກມີຊີວິດຊີວາອີກຄັ້ງ.
2. ຖ້າສາເຫດຄື “ຄວາມຫ່າງ” ຄົບກັນຢູ່ດີໆກະເລີ່ມມີແນວມາເຮັດໃຫ້ບໍ່ຄ່ອຍໄດ້ພົບກັນ,ບໍ່ຄ່ອຍໄດ້ມີເວລາດີໆນຳກັນ, ເລີ່ມຫ່າງກັນເທື່ອລະໜ້ອຍ ການຫ່າງກັນມັນເປັນສາເຫດໜຶ່ງທີ່ເຮັດໃຫ້ໝົດຄວາມຮູ້ສຶກຕໍ່ກັນໄດ້ ສະນັ້ນ,ຢ່າປ່ອຍໃຫ້ເລື່ອງມັນເກີນໄປກວ່ານີ້, ໃຫ້ພະຍາຍາມຫາເວລາຢູ່ນຳກັນໃຫ້ຫຼາຍທີ່ສຸດ,ຂໍແນະນຳວ່າ ໃຫ້ຫາໂອກາດຈັດທຣິບໄປທ່ຽວໄກໆນຳກັນ,ຜ່ອຍຄາຍນຳກັນ, ໄປປະຈົນໄພຂີ່ລົດ,ລ່ອງເຮືອ, ເດີນປ່ານຳກັນ ໄປສະຖານທີ່ທີ່ມີຄວາມໝາຍ ແລະ ມີຄວາມຊົງຈຳເຊັ່ນວ່າ : ໄປບ່ອນທີ່ເຈິກັນຄັ້ງທຳອີິດ, ໄປບ່ອນທີ່ອອກເດດກັນຄັ້ງທຳອິດ ໄປບ່ອນທີ່ອີກຝ່າຍຢາກໄປ ເພຶ່ອຈະໃຫ້ຄວາມຮູ້ສຶກດີໆ ແລະ ຄວາມຊົງຈຳກັບມາອີກຄັ້ງ.
3. ຖ້າສາເຫດຄື “ຄວາມຄຽດ” ບໍ່ມີໃຜດອກທີ່ຈະບໍ່ເຄີຍເຈິກັບຄວາມຄຽດ,ໂດຍສະເພາະໃນສັງຄົມປະຈຸບັນ ມີຫຼາຍສິ່ງຫຼາຍຢ່າງທີ່ຕ້ອງສູ້ຊົນຊີວິດເຮັດໃຫ້ຕ້ອງເຈິກັບສິ່ງທີ່ຄຽດໆເຂົ້າມາ, ເມຶ່ອມາເຈິບັນຫາພຽງເລັກໜ້ອຍກະເຮັດໃຫ້ທັງສອງ ຫງຸດຫງິດໃສ່ກັນໄດ້, ແລະ ສິ່ງເຫຼົ່ານີ້ມັນສາມາດເຮັດໃຫ້ຄວາມສຳພັນຂອງເຮົາແຕກຫັກໄດ້ ຖ້າພົບສາເຫດນີ້ ໃຫ້ພະຍາຍາມຕັ້ງສະຕິ ແລ້ວທ່ອງຂື້ນໃຈວ່າ ຢ່າມາເອົາຄວາມຄຽດຈາກເລຶ່ອງອຶ່ນມາລົງທີ່ຄວາມຮັກ ຄວາມສຳພັນ, ຄວນມີສະຕິວ່າ ເຂົາຄືຄົນທີ່ຮັກ,ເຂົາບໍ່ໄດ້ຜິດ,ຢ່າໄປເອົາເລຶ່ອງຄຽດໆມາລົງໃສ່ໂຕເຂົາ ຖ້າຄຽດແທ້ໆ ເວລາເຫັນໜ້າຄົນຮັກ,ໃຫ້ພະຍາຍາມບໍ່ຄິດເຫັນມັນ, ພະຍາຍາມຄິດວ່າເຮົາກຳລັງຢູ່ນຳຄົນຮັກ,ເລຶ່ອງທີ່ຄຽດໆທີ່ພົບມາກະປ່ອຍໆມັນໄປ ແລະ ຈຶ່ງຄ່ອຍວ່າກັນ ຄືສາເຫດນີ້ໃຜກະຊ່ວຍບໍ່ໄດ້ດອກ,ມັນຕ້ອງແກ້ຢູ່ໂຕເຮົາເອງ ພະຍາຍາມເລົ່າໃຫ້ຂື້ນໃຈ ທຳມະດາເຮົາຕ້ອງປັບທັງສອງຄົນ, ແຕ່ຖ້າຝ່າຍໜຶ່ງກຳລັງຄຽດຢູ່,ອີກຝ່າຍກໍ່ຄວນຮູ້ ແລະ ບໍ່ເຂົ້າໄປເວົ້າຫຍັງທີ່ມັນກະທົບ ຫຼື ຊ້ຳເຕີມຈິດໃຈອີກຝ່າຍ,ຄວນໃຫ້ກຳລັງໃຈຈະດີກວ່າ.
4. ຖ້າສາເຫດຄື “ມືທີສາມ ຫຼື ຄົນອຶ່ນ” ສາເຫດນີ້ຢາກວ່າ ເກືອບຈົບແລ້ວ, ແຕ່ກະພໍມີວິທີພຽງເລັກໜ້ອຍຢູ່ຫຼາຍຄົນຮູ້ວ່າຄົນຮັກຕົນກຳລັງມີຄົນໃໝ່,ກຳລັງຈະເສີຍເຂົາໄປ ເລີຍສະຕິແຕກ, ພະຍາຍາມເຮັດທຸກຢ່າງເພຶ່ອບໍ່ຢາກເສຍເຂົາໄປ, ເຮັດທຸກຢ່າງເພຶ່ອບັງຄັບໃຫ້ເຂົາກັບມາ ແຕ່ຢ່າຟ້າວ, ຂໍຫ້າມເລີຍ ຢ່າເຮັດຫຍັງເກີນຂອບເຂດເລີຍ, ເພາະເວລາທີ່ເຮົາເຮັດນັ້ນ ເຮົາຈະບໍ່ຮູ້ໂຕວ່າສິ່ງທີ່ເຮົາເຮັດນັ້ນມັນລົ້ນ ແລະ ເກີນຂອບເຂດໂພດ,ຈົນເຮັດໃຫ້ອີກຝ່າຍນັ້ນເບຶ່ອ, ແລະ ເປີດໃຈໄປລົມຄົນໃໝ່ແບບຖາວອນ, ເຮົາແຮ່ງຈະເສຍເຂົາໄປແບບເຕັມໂຕ ວິທີແກ້ແບບຂັ້ນຕົ້ນ ຄືໃຫ້ເອົານ້ຳເຢັນເຂົ້າລູບ, ແບບເຮັດໃຈເຢັນໆ ຈະເວົ້າຈະວ່າຫຍັງກະຕ້ອງຢູ່ໃນຂອບເຂດ, ໃຫ້ເຮັດໃນສິ່ງທີ່ເຮົາເຄີຍເຮັດຕອນເຈິກັນໃໝ່ໆ, ເຮັດໃນສິ່ງທີ່ເຮົາ ແລະ ເຂົາມັກເຮັດນຳກັນ ເອົາເວລາທີ່ໄປໂທນຳ,ສົ່ງຂໍ້ຄວາມນຳນັ້ນມາ ເບິ່ງແຍງດູແລໂຕເອງ ໃຫ້ດູດີ, ຫາເງິນໃຫ້ເກັ່ງ, ເຮັດໃຫ້ຄົນຮັກຂອງເຮົາປະທັບໃຈດີກວ່າ,ມັນອາດຈະເຮັດໃຫ້ເຂົາປ່ຽນໃຈກັບມາຫາເຮົາໄດ້ ເລົ່າໃຫ້ຂື້ນໃຈວ່າ ທຸກຄັ້ງທີ່ເຮົາແລ່ນໄປຫາເຂົາ,ເຂົາຈະແລ່ນໜີເຮົາ ທຸກຄັ້ງທີ່ເຮົາຢຸດແລ່ນນຳເຂົາ,ເຂົາຈະກັບມາຫາເຮົາເອງດອກ (ຖ້າບໍ່ກັບ ເຮົາກະຍ່າງໄປທາງເສັ້ນໃໝ່)
5. ຖ້າສາເຫດຄື “ຄວາມບໍ່ເຂົ້າໃຈກັນ” ຫ້າມມິດ ແລະ ໜີໃຜໜີມັນ ຫາໂອກາດດີໆ ມານັ່ງລົມກັນໃຫ້ເຂົ້າໃຈ, ວ່າ ຂ້ອຍບໍ່ມັນຫຍັງໃນໂຕເຈົ້າ ເຈົ້າບໍ່ມັກຫຍັງໃນໂຕຂ້ອຍ ແລ້ວກໍ່ຖອຍມາປັບກັນໃຫ້ເຂົ້າໃຈ ວິທີນີ້ດີສຸດໆລອງເຮັດເບິ່ງ.
5 ຂໍ້ຂ້າງເທິ່ງນັ້ນ ເປັນພຽງການລວມເອົາບາງສາເຫດມາເວົ້າ, ອາດມີຫຼາຍໆສາເຫດ ຫຼາຍໆກໍລະນີທີ່ແຕກຕ່າງກັນໄປ.. ມັນອາດຊ່ວຍໄດ້ ສະເພາະຄູ່ທີ່ກຳລັງເລີ່ມຕົ້ນຈະແຕກແຍກກັນ, ສຳລັບຄູ່ ປ່ອຍໃຫ້ເລຶ່ອງມັນໄປຫຼາຍກວ່ານີ້ຄື ມີຝ່າຍໃດຝ່າຍໜຶ່ງໝົດຄວາມຮູ້ສຶກແລ້ວ,ອັນນີ້ຊ່່ວຍບໍ່ໄດ້ ຄົງຕ້ອງໄດ້ຍອມຮັບຄວາມຈິງ.