ເດືອນ ພຶດສະພາ ລາວເຮົາຂາດດຸນການຄ້າ ປະມານ 48 ລ້ານໂດລາສະຫາລັດ

ເດືອນ ພຶດສະພາ ລາວເຮົາຂາດດຸນການຄ້າ ປະມານ 48 ລ້ານໂດລາສະຫາລັດ

ເດືອນ ພຶດສະພາ ລາວເຮົາຂາດດຸນການຄ້າ ປະມານ 48 ລ້ານໂດລາສະຫາລັດ

News ຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ໄດ້ໃຫ້ຮູ້ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 5 ປີ 2022 ຂາດດຸນການຄ້າປະມານ 48 ລ້ານໂດລາສະຫາລັດ

ໝວດສິນຄ້າທີ່ສົ່ງອອກຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 481 ລ້ານໂດລາສະຫະລັດ ໃນນັ້ນສິນຄ້າທີ່ມີມູນຄ່າສູງສຸດ ເຊັ່ນ:

+ ຄຳປະສົມ, ຄຳແທ່ງ ມີມູນຄ່າປະມານ 64 ລ້ານໂດລາສະຫະລັດ
+ ເຈ້ຍ ແລະ ເຄື່ອງ​ທີ່​ເຮັດ​ດ້ວຍ​ເຈ້ຍ ມີມູນຄ່າປະມານ 40 ລ້ານໂດລາສະຫະລັດ
+ ແຮ່ທອງ ມີມູນຄ່າປະມານ 28 ລ້ານໂດລາສະຫະລັດ
+ ເຍື່ອໄມ້ ແລະ ເສດເຈ້ຍ ມີມູນຄ່າປະມານ 30 ລ້ານໂດລາສະຫະລັດ
+ ຢາງພາລາ ມີມູນຄ່າປະມານ 14 ລ້ານໂດລາສະຫະລັດ
+ ໝາກກ້ວຍ ມີມູນຄ່າປະມານ 21 ລ້ານໂດລາສະຫະລັດ
+ ເຄື່ອງນຸ່ງຫົ່ມ ມີມູນຄ່າປະມານ 20 ລ້ານໂດລາສະຫະລັດ
+ ເກີບ ມີມູນຄ່າປະມານ 14 ລ້ານໂດລາສະຫະລັດ
+ ນ້ຳ​ຕານ ມີມູນຄ່າປະມານ 22 ລ້ານໂດລາສະຫະລັດ
+ ຝຸ່ນ (ປຸຍ) ມີມູນຄ່າປະມານ 55 ລ້ານໂດລາສະຫະລັດ

ສ່ວນໝວດສິນຄ້ານໍາເຂົ້າຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 529 ລ້ານໂດລາສະຫະລັດ ໃນນັ້ນສິນຄ້າທີ່ມີມູນຄ່າສູງສຸດ ເຊັ່ນ:

+ ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ) ມີມູນຄ່າປະມານ 37 ລ້ານໂດລາສະຫະລັດ
+ ນ້ຳມັນກາຊວນ ມີມູນຄ່າປະມານ 79 ລ້ານໂດລາສະຫະລັດ
+ ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ມີມູນຄ່າປະມານ 28 ລ້ານໂດລາສະຫະລັດ
+ ແກ້ວປະເສີດ ຫຼື ເຄິ່ງປະເສີດ ມີມູນຄ່າປະມານ 21 ລ້ານໂດລາສະຫະລັດ
+ ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…) ມີມູນຄ່າປະມານ 18 ລ້ານໂດລາສະຫະລັດ
+ ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ມີມູນຄ່າປະມານ 16 ລ້ານໂດລາສະຫະລັດ
+ ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ມີມູນຄ່າປະມານ 18 ລ້ານໂດລາສະຫະລັດ
+ ນ້ຳມັນແອັດຊັງ, ແອັດຊັງພິເສດ ມີມູນຄ່າປະມານ 18 ລ້ານໂດລາສະຫະລັດ
+ ຝຸ່ນ (ປຸຍ) ມີມູນຄ່າປະມານ 13 ລ້ານໂດລາສະຫະລັດ
+ ຜະ​ລິດ​ຕະ​ພັນ​ທາງ​ເຄ​ມີ ມີມູນຄ່າປະມານ 14 ລ້ານໂດລາສະຫະລັດ.

ອ່ານເພີ່ມເຕີມ: https://bit.ly/3HhFCF0

ຂ່າວ