ເຊື່ອບໍ່ວ່າ ? ຄົນເຮົາພົບກັນເພາະວາດສະໜາ ຈາກກັນເພາະໂຊກຊະຕາ ກັບມາເພາະພົມລິຂິດ
ຄົນເຮົາພົບກັນ ເພາະວາດສະໜາ ຈາກກັນເພາະ ໂຊກຊະຕາ ກັບມາເພາະພົມຂິດ
ຄົນເຮົາຖ້າບໍ່ມີວາດສະໜາຕໍ່ກັນ ຕໍ່ໃຫ້ເດີນພົບກັນທຸກວັນ ກໍ່ສວນທາງກັນຢູ່ດີ
ຖ້າມີວາດສະໜາຕໍ່ກັນ ຕໍ່ໃຫ້ໂລກກວ້າງປານໃດ ກໍ່ເດີນມາພໍ້ກັນຢູ່ດີ
ຢ່າຍຶດຕິດກັບໃຈຄົນເຊິ່ງເປັນສິ່ງທີ່ບໍ່ແນ່ນອນ ຢ່າ ອ້ອນວອນສິ່ງໃດຫຼາຍເກີີນໄປກວ່າການກະທຳ
ຢ່າປ່ອຍຊີວິດອັນມີຄ່າໄປຕາມຍັດຖາກຳ ບໍ່ຂໍໃຫ້ມີຄວາມຮັກຕະຫຼອດໄປ ເພາະມັນເປັນໄປບໍ່ໄດ້
ແຕ່ເມື່ອພົບເຈີຄວາມຮັກ ກໍ່ຂໍໃຫ້ຮັກແບບມີສະຕິບໍ່ເລັ່ງລັດຮັດຮ້ອນໄປກັບຄວາມຮັກທີ່ພົບເຈີ ຂໍໃຫ້ໃຊ້ເວລາຮຽນຮູ້
ທຸກຄົນຕ້ອງງປະສົບພົບພໍ້ກັບຄວາມຜິດຫວັງ ເພາະມັນຄືກຳ
ໄດ້ມາບໍ່ຍຶດຕິດ ເສຍໄປບໍ່ໂສກເສົ້າ
ທຸກຢ່າງໃນໂລກເປັນຂອງງຊົ່ວຄາວ ເຮັດບຸນກັບພະທຸກແຫ່ງຫົນ ຕ້ອງບໍ່ລືມພະທີ່ຢູ່ໃນບ້ານ ” ພໍ່ແມ່ ” ເຮົານີ້ລະ ຢ່າມອງຂ້າມ
ຊີວິດ ມີແຕ່ ” ບຸນ ” ກັບ ” ບາບ ” ເທົ່ານັ້ນຖ້າສະສົມຍບຸນ ຊີວິດກໍ່ຈະເລີນຮຸ່ງເຮືອງ
ຖ້າສະສົມບາບຊີວິດກໍ່ຈະດິ່ງລົງເຫວ ຮູບງາມແຕ່ໃຈເປັນທຸກ ຊັບສົມບັດບໍ່ນານກໍ່ເສື່ອມສະຫຼາຍ ບຸນສົມບັດຄົງຢູ່ຕະຫຼອດໄປ
ຈົ່ງຢ່າຄອຍ ” ໂຊກສະຕາ ” ເພາະມັນ ” ບໍ່ມີຂາ ” ຈົ່ງຟ້າວເຮັດສິ່ງດີໆ ກັບຄົນທີ່ເຮົາຮັກກ່ອນຈະບໍ່ມີໂອກາດເຮັດ
ຈົ່ງເຮັດໃຫ້ຄົນທີ່ເຮົາຮັກມີຄວາມສຸກ ກ່ອນທີ່ຈະບໍ່ມີເວລາໂລກມະນຸດບໍ່ໄດ້ວຸ້ນວາຍ ໃຈເຮົາຕ່າງຫາກທີ່ວຸ້ນວາຍ
” ທຸກ ” ມີໄວ້ໃຫ້ ” ເຫັນ ” ບໍ່ໄດ້ມີໄວ້ໃຫ້ ” ເປັນ ”
ພົມລິຂິດ ແລະ ໂຊກສະຊາ ເປັນພຽງແນວທາງໜື່ງໃນການໃຊ້ຊີວິດ ແລະ ເປັນຄວາມເຊື່ອສ່ວນບຸກຄົນ
ແນວໃດກໍຕາມ ທຸກຢ່າງຂື້ນກັບຈິດໃຈຂອງສອງຄົນເມື່ອເວົ້າເລື່ອງຄວາມຮັກ
ເມື່ອຮັກກັນ ຄົບກັນ ເລີກກັນ ກັບຄືນດີກັນ ໃຜຈະເຊື່ອແນວໃດ ບໍ່ວ່າຈະເປັນພົມລິຂິດ ໂຊກສະຕາ ຈິດໃຈຍັງຮັກ ຂື້ນກັບຄົນສອງຄົນ