ເຊື່ອບໍ່ວ່າ ການທີ່ເຮົາໄດ້ພົບກັນເພາະໂຊກຊາຕາ ຄູ່ກັນດ້ວຍວາສະໜາ ຈາກກັນດ້ວຍບຸນກຳ
ສາເຫດທີ່ເຮົາໄດ້ພົບໃຜຄົນໜື່ງນັ້ນເປັນເພາະຄວາມບັງເອີນ ຫຼື ອາດບໍ່ແນ່ມັນເປັນເພາະໂຊກຊາຕາດຳນົດມາກໍເປັນໄດ້
ຄົນບາງຄົນໄດ້ພົບກັນ ໄດ້ຮັກກັນ ເຖີງແມ່ນວ່າຈະຢູ່ໄກກັນປານໃດກໍຕາມ ແຕ່ສຸດທ້າຍຕ້ອງມາພົບກັນ ຮັກກັນຈົນໄດ້
ບາງຄັ້ງມັນກໍເປັນຍ້ອນ “ໂຊກຊາຕາ” ທີ່ອາດເບີ່ງບໍ່ໜ້າເຊື່ອ ແຕ່ຢ່າລືມວ່າທຸກສີ່ງຢ່າງຍອມມີເຫດ ແລະ ຜົນ ແລະ ມີຄວາມກ່ຽວຂ້ອງກັນທັງນັ້ນ
ແຕ່ເມື່ອເຮົາໄດ້ພົບກັນດ້ວຍ ໂຊກຊາຕາ ຫຼື ຄວາມບັງເອີນ ຫຼື ຈະແບບໃດກໍແລ້ວແຕ່ ສຸດທ້າຍຄົນສອງຄົນກໍຕ້ອງຈາກກັນ ດ້ວຍ ” ກຳ ”
ບາງຄັ້ງເຮົາບໍ່ສາມາດບອກໄດ້ດອກວ່າ ເມື່ອຮັກກັນແລ້ວຈະເລີກກັນຕອນໃດ
ແຕ່ເມື່ອໃດກໍຕາມ ຄວາມຮັກອີ່ມຕົວ ຫຼື ອີກຝ່າຍເລີ່ມມີຈິດໃຈບໍ່ໝັ້ນຄົງ ມື້ໜື່ງກໍຕ້ອງຈາກກັນ
ບາງຄົນອາດຄິດວ່າມັນເປັນເພາະບຸນກຳ ທີ່ເຄີຍເຮັດນຳກັນມາໃນຊາດທີ່ແລ້ວ ແຕ່ນັ້ນກໍເປັນພຽງຄວາມເຊື່ອ ທີ່ອາດເປັນຈິງຫຼືບໍ່ ກໍເປັນໄດ້
ແຕ່ສີ່ງທີ່ເແນຕົວກຳນົດ ຄືຄົນສອງຄົນ ທີ່ໃຊ້ຊີວິດຢູ່ຮ່ວມກັນ ຕະຫຼອດເວລາທິ່ຄົບກັນມານັ້ນ ໄດ້ເຮັດຫຍັງແນ່ໃຫ້ກັນ ແລະ ຄວາມຮູ້ສຶກທີ່ມີຕໍ່ກັນນັ້ນເປັນແນວໃດແນ່ຕັ້ງແຕ່ຄົບກັນມາ
ນັ້ນລະຄືຕົວກຳນົດຢ່າງດີ ວ່າຄວາມຮັກ ຄວາມສຳພັນຂອງສອງຄົນຈະໄປຕໍ່ໄດ້ຫຼືບໍ່
ແຕ່ເຊື່ອໂລດວ່າ ຕໍ່ໃຫ້ຮັກກັນຫຼາຍຊ່ຳໃດ ດີຕໍ່ກັນຫຼາຍປານໃດ ແຕ່ສຸດທ້າຍເຮົາກໍຕ້ອງຈາກກັນໄປ ບໍ່ທາງໃດກໍທາງໜື່ງ
ສ່ວນຄວາມເຊື່ອທີ່ວ່າ ທີ່ພົບກັນດ້ວຍໂຊກ ຄູ່ກັນດ້ວວາສະໜາ ແລະ ຈາກກັນດ້ວຍບຸນກຳ ເປັນຄວາມເຊື່ອ ແຕ່ສາສະໜາພຸດ ຄວາມເຊື່ອນີ້ມີເປີເຊັນສູງທີ່ຖືກຕ້ອງ
ເລື່ອງກົດແຫ່ງກຳ ວຽນວາຍຕາຍເກີດໃນວັດຕະສົງສານ ຂື້ນກັບບຸນທີ່ຮ່ວມເຮັດນຳກັນ ເຮົາເຮັດຫຍັງແນ່ກັບໃຜໃນຊາດກ່ອນ
ເຊີ່ງຜົນດຳດັ່ງກ່າວ ອາດສົ່ງຜົນໃນຊາດນີ້ ແລະ ຊາດຕໍ່ໄປກໍເປັນໄດ້ ແລ້ວແຕ່ຕາມກຳທີ່ເຮົາເຮັດມາ ດີຫຼືຊົ່ວ ກໍເທົ່ານັ້ນ.