ເຊັກດວງລາຍວັນປະຈຳວັນທີ 27 ມັງກອນ 2020 ການງານ,ການເງິນ,ຄວາມຮັກ ດວງໃຜດີ ດີດ້ານໃດແນ່ ມາເບີ່ງດັ່ງລຸ່ມນີ້ຕາມວັນເກີດ :
1. ຄົນທີ່ເກີດວັນອາທິດ
+ ດ້ານການງານ ຕ້ອງອິດເມື່ອຍ ເພາະເພີ່ງພາໃຜບໍ່ໄດ້
+ ດ້ານການເງິນ ມີເກນມີເງິນເຂົ້າມາເລື້ອຍໆ
+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກຫວານຊື່ນຈົນຄົນອື່ນອິດສາ, ສ່ວນຄົນໂສດ ຈະໄດ້ພົບຮັກໃໝ່
2. ຄົນທີ່ເກີດວັນຈັນ
+ ດ້ານການງານ ມີເກນສົມຫວັງດັ່ງໃຈປາຖະໜາ
+ ດ້ານການເງິນ ລາບລື່ນດີບໍ່ມີບັນຫາ
+ ດ້ານຄວາມຮັກ ຄົນມີຄູ່ ເຖີງຈະບໍ່ມີເວລາໃຫ້ກັນ ແຕ່ກຍັງຮັກກັນດີ, ສ່ວນຄົນໂສດ ມີເກນ ຈະໄດ້ພົບຮັກທີ່ດີ
3. ຄົນທີ່ເກີດວັນອັງຄານ
+ ດ້ານການງານ ມີເກນຮັບຜິດຊອບວຽກຫຼາຍຈົນບໍ່ມີເວລາໃຫ້ຕົນເອງ
+ ດ້ານການເງິນ ມີເກນໄດ້ຄ່າຕອບແທນດີເປັນພິເສດຈາກວຽກ
+ ດ້ານຄວາມຮັກ ຄົນມີຄູ່ ມີເກນເຂົ້າໃຈກັນ ວາງແຜນອະນາຄົດຮ່ວມກັນ, ສ່ວນຄົນໂສດ ຫາກຈະຄົບໃຜຄວນເລີ່ມຈາກເປັນໝູ່ໄປກ່ອນ
4. ຄົນທີ່ເກີດວັນພຸດ
+ ດ້ານການງານ ຄວາມອົດທົນ ຄວາມພະຍາຍາມຈະພາໃຫ້ປະສົບຄວາມສຳເລັດແນ່ນອນ
+ ດ້ານການເງິນ ບໍ່ຄວນລົງທຶນແບບໜັກໆຊ່ວງນີ້ ເພາະມີເກນບໍ່ຄຸ້ມຄ່າ
+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ຄວາມສຳພັນດຳເນີນໄປເລື້ອຍໆ, ສ່ວນຄົນໂສດ ມີເກນ ພັດທະນາຈາກຄົນຮູ້ຈັກມາເປັນຄົນຮູ້ໃຈ
5. ຄົນທີ່ເກີດວັນພະຫັດ
+ ດ້ານການງານ ມີເກນສົມຫວັງດັ່ງໃຈປາຖະໜາ ສີ່ງທີ່ເຮັດທີ່ຄິດ
+ ດ້ານການເງິນ ມີເກນໄດ້ຮັບຄ່າຕອບດີ ຫຼັງຈາກທຸ້ມເທກັບວຽກງານຫຼາຍ
+ ດ້ານຄວາມຮັກ ຄົນມີຄູ່ ເຂົ້າໃຈກັນ ຕ່າງຄົນຕ່າງເຮັດວຽກ ອາດບໍ່ມີເວລາໃຫ້ກັນ, ສ່ວນຄົນໂສດ ຍັງຕ້ອງຄອງໂສດແບບນີ້ແບບບບໍ່ມີກຳນົດ
6. ຄົນທີ່ເກີດວັນສຸກ
+ ດ້ານການງານ ຢ່າທໍ້ຖອຍເຖີງຈະພົບອຸປະສັກ ເພາະອີກບໍ່ດົນຈະໄດ້ສີ່ງທີ່ປາຖະໜາ
+ ດ້ານການເງິນ ມີເກນໝົດເງິນໄປກັບຄ່າເດີນທາງສ່ວນໃຫຍ່
+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ພັດທະນາຈົນຄົນອື່ນອິດສາ, ສ່ວນຄົນໂສດ ມີເກນມີຄົນມາມັກ ຂື້ນກັບທ່ານຈະເປີດໃຈຫຼືບໍ່
7. ຄົນທີ່ເກີດວັນເສົາ
+ ດ້ານການງານ ມີເກນກົດດັນ ເພາະຜູ້ໃຫຍ່ ຝາກຄວາມຫວັງ ເພາະເຫັນຜົນງານຂອງທ່ານທີ່ຜ່ານມາ
+ ດ້ານການເງິນ ມີເກນ ໝົດເງິນໄປກັບເລື່ອງທີ່ຫຼີກລ່ຽງບໍ່ໄດ້
+ ດ້ານຄວາມຮັກ ຄົນມີຄູ່ ເຂົ້າໃຈກັນ ຢູ່ຄຽງຂ້າງກັນສະເໝີມາ, ສ່ວນຄົນໂສດ ມີເກນໄດ້ພົບຮັກກັບຄົນທີ່ຮູ້ຈັກກັນມາກ່ອນ