ເຊັກດວງລາຍວັນປະຈຳວັນທີ 22 ພະຈິກ 2019 ການງານ,ການເງິນ,ຄວາມຮັກ ດວງໃຜດີ ດີດ້ານໃດແນ່ ມາເບີ່ງດັ່ງລຸ່ມນີ້ຕາມວັນເກີດ :
1. ຄົນທີ່ເກີດວັນອາທິດ
+ ດ້ານການງານ ມີເກນຈະເລີນກ້າວໜ້າຢ່າງຕໍ່ເນື່ອງ
+ ດ້ານການເງິນ ມີເກນໝົດເງິນໄປກັບການສ້າງສັນ
+ ດ້ານຄວາມຮັກ ຄົນມີຄູ່ ມີເກນຮັກບໍ່ສົດໃສຄືວັນວານ, ສ່ວນຄົນໂສດ ມີເກນມີຄົນມາມັກ
2. ຄົນທີ່ເກີດວັນຈັນ
+ ດ້ານການງານ ມີເກນມີຂ່າວດີກຳລັງເຂົ້າມາ
+ ດ້ານການເງິນ ມີລາຍຈ່າຍເລື້ອຍໆ
+ ດ້ານຄວາມຮັກ ຄົນມີຄູ່ ມີເກນຮັກຄັ້ງນີ້ເປັນຮັກແທ້, ສ່ວນຄົນໂສດ ມີເກນພົບຮັກແບບບໍ່ຄາດຝັນ
3. ຄົນທີ່ເກີດວັນອັງຄານ
+ ດ້ານການງານ ມີເກນໜັກໃຈກ່ຽວກັບຄົນຮ່ວມງານ
+ ດ້ານການເງິນ ມີລາຍຈ່າຍຫຼາຍກວ່າປົກກະຕິ
+ ດ້ານຄວາມຮັກ ຄົນມີຄູ່ ມີເກນເຜີຈິດໃຈເມື່ອໄດ້ພົບຄົນທີ່ຖືກໃຈ, ສ່ວນຄົນໂສດ ຍັງໂສດຕໍ່ໄປ
4. ຄົນທີ່ເກີດວັນພຸດ
+ ດ້ານການງານ ມີເກນຈະເລີນກ້າວໜ້າຫຼາຍຂື້ນ
+ ດ້ານການເງິນ ມີເກນຮັບຊັບເຂົ້າກະເປົ໋າຕໍ່ເນື່ອງ
+ ດ້ານຄວາມຮັກ ຄົນມີຄູ່ ຄົນຮັກຢູ່ຄຽງຂ້າງສະເໝີ, ສ່ວນຄົນໂສດ ມີເກນພົບຮັກ
5. ຄົນທີ່ເກີດວັນພະຫັດ
+ ດ້ານການງານ ມີເກນຄຽດຫຼາຍ ເພາະຕ້ອງຮັບຜິດຊອບວຽກເກີນໜ້າທີ່
+ ດ້ານການເງິນ ມີລາຍຈ່າຍຫຼາຍເລື້ອຍໆ
+ ດ້ານຄວາມຮັກ ຄົນມີຄູ່ ມີເກນບໍ່ເຂົ້າໃຈກັນ ແຕ່ບໍ່ເຖີງຂັ້ນຕ້ອງຈາກ, ສ່ວນຄົນໂສດ ຍັງໂສດຕໍ່ໄປ
6. ຄົນທີ່ເກີດວັນສຸກ
+ ດ້ານການງານ ມີເກນອິດເມື່ອຍ ເພາະວຽກທີ່ເຮັດ ແຕ່ກໍຄຸ້ມຄ່າ
+ ດ້ານການເງິນ ມີເກນໄດ້ໂຊກລາບຈາກການເຮັດວຽກ
+ ດ້ານຄວາມຮັກ ຄົນມີຄູ່ ຕ່າງຄົນຕ່າງເຂົ້າໃຈກັນ, ສ່ວນຄົນໂສດ ຍັງໂສດຕໍ່ໄປ
7. ຄົນທີ່ເກີດວັນເສົາ
+ ດ້ານການງານ ອຸປະສັກເລີ່ມຈ່າງຫາຍ ຄວາມສຳເລັດເລີ່ມເຂົ້າມາ
+ ດ້ານການເງິນ ມີເກນໄດ້ໂຊກລາບແບບບໍ່ຄາດຝັນ
+ ດ້ານຄວາມຮັກ ຄົນມີຄູ່ ເຂົ້າໃຈກັນ, ສ່ວນຄົນໂສດ ມີເກນສະຫຼະໂສດ