ເຊັກດວງລາຍວັນປະຈຳວັນທີ 9 ພະຈິກ 2020 ການງານ,ການເງິນ,ຄວາມຮັກ ດວງໃຜດີ ດີດ້ານໃດແນ່ ມາເບີ່ງດັ່ງລຸ່ມນີ້ຕາມວັນເກີດ :
1. ຄົນທີ່ເກີດວັນອາທິດ
+ ດ້ານການງານ ມີເກນ ພົບອຸປະສັກມາທ້າທາຍຕໍ່ຄວາມສາມາດ ຂໍພຽງບໍ່ທໍ້ຖອຍ ກໍຈະປະສົບຜົນສຳເລັດ
+ ດ້ານການເງິນ ມີເກນ ລາຍໄດ້ເຂົ້າມາເລື້ອຍໆຈາກເຫື່ອແຮງ ສ່ວນລາຍຈ່າຍ ຈ່າຍຫຼາຍ ແຕ່ບໍ່ເຖີງຂັ້ນເດືອດຮ້ອນ
+ ດ້ານຄວາມຮັກ ຄົນມີຄູ່ ເຂົ້າໃຈກັນ ແລະ ຊ່ອຍເຫຼືອກັນ , ສ່ວນຄົນໂສດ ມີເກນໄດ້ພົບຮັກໂລກອອກລາຍ.
2. ຄົນທີ່ເກີດວັນຈັນ
+ ດ້ານການງານ ມີເກນ ໂອກາດ ແລະ ຈັງຫວະດີໆ ກຳລັງຈະເຂົ້າມາໃນຊີວິດ
+ ດ້ານການເງິນ ມີເກນ ລາຍໄດ້ ເຂົ້າມາດີຖ້າຄ້າຂາຍ ຫຼື ເຮັດທຸລະກິດ ສ່ວນລາຍຈ່າຍ ຈ່າຍລາຍວັນເລື້ອຍໆ
+ ດ້ານຄວາມຮັກ ຄົນມີຄູ່ ດຳເນີນໄປເລື້ອຍໆ ດ້ວຍຄວາມເຂົ້າໃຈກັນ, ສ່ວນຄົນໂສດ ຍັງຄົງຄອງໂສດຕໍ່ໄປ.
3. ຄົນທີ່ເກີດວັນອັງຄານ
+ ດ້ານການງານ ມີເກນ ມີວຽກເຂົ້າມາໃຫ້ຮັບຜິດຊອບ ຄວນຈັດສັນເວລາໃຫ້ດີ
+ ດ້ານການເງິນ ມີເກນ ລາຍໄດ້ ເຂົ້າມາຈາກວຽກເປັນຫຼັກ ສ່ວນລາຍຈ່າຍ ຈ່າຍຫຼາຍແບບບໍ່ສາມາດຫຼີກລ່ຽງໄດ້
+ ດ້ານຄວາມຮັກ ຄົນມີຄູ່ ເຂົ້າໃຈກັນ ແລະ ກັນ , ສ່ວນຄົນໂສດ ຍັງບໍ່ມີເກນ ຈະໄດ້ພົບຄົນທີ່ແມ່ນ.
4. ຄົນທີ່ເກີດວັນພຸດ
+ ດ້ານການງານ ມີເກນ ຖ້າໄດ້ເຮັດວຽກກັບຄົນທັດສະນະຄະຕິຕ່າງກັນ ລຳບາກໃຈ ແລະ ເມື່ອຍພໍສົມຄວນ
+ ດ້ານການເງິນ ມີເກນ ລາຍໄດ້ ເຂົ້າມາເລື້ອຍໆ ຫຼາຍຊ່ອງທາງ ສ່ວນລາຍຈ່າຍ ຖ້າຈ່າຍລົງທຶນຖືວ່າດີພໍສົມຄວນ
+ ດ້ານຄວາມຮັກ ຄົນມີຄູ່ ມີເກນເຫີນຫ່າງ ພໍສົມຄວນ, ສ່ວນຄົນໂສດ ຍັງຄອງໂສດຕໍ່ໄປອີກໄລຍະໜື່ງ.
5. ຄົນທີ່ເກີດວັນພະຫັດ
+ ດ້ານການງານ ມີເກນ ໄດ້ຮັບຜິດຊອບວຽກສຳຄັນຂອງອົງການ
+ ດ້ານການເງິນ ມີເກນ ລາຍໄດ້ ເຂົ້າມາດີພໍສົມຄວນ ແຕ່ຢ່າປະມາດ ສ່ວນລາຍຈ່າຍ ຈ່າຍລາຍວັນທົ່ວໄປ
+ ດ້ານຄວາມຮັກ ຄົນມີຄູ່ ດຳເນີນ ແລະ ພັດທະນາໄປເລື້ອຍໆ, ສ່ວນຄົນໂສດ ມີເກນໄດ້ພົບຮັກຕ່າງໄວແບບບໍ່ຄາດຄິດ.
6. ຄົນທີ່ເກີດວັນສຸກ
+ ດ້ານການງານ ມີເກນ ການງານບໍ່ມີບັນຫາ ແຕ່ຄົນຮ່ວມງານອາດບໍ່ເຂົ້າໃຈກັນ ຄວາມຄິດບໍ່ຄືກັນ
+ ດ້ານການເງິນ ມີເກນ ລາຍໄດ້ ເຂົ້າມາເລື້ອຍໆ ຈາກວຽກທີ່ເຮັດ ສ່ວນລາຍຈ່າຍ ຈ່າຍລາຍວັນເລື້ອຍໆ
+ ດ້ານຄວາມຮັກ ຄົນມີຄູ່ ມີເກນ ເກີດອາການຫວັ່ນໄຫວ ແຕ່ຍັງຄວບຄຸມໄດ້, ສ່ວນຄົນໂສດ ຍັງບໍ່ມີເກນຈະພົບຮັກ.
7. ຄົນທີ່ເກີດວັນເສົາ
+ ດ້ານການງານ ມີເກນໄດ້ຮັບຜິດຊອບວຽກໃຫມ່ ທີ່ທ້າທາຍຕໍ່ຄວາມສາມາດ
+ ດ້ານການເງິນ ມີເກນ ລາຍໄດ້ ເຂົ້າມາດີເລື້ອຍໆ ສ່ວນລາຍຈ່າຍ ຈ່າຍລາຍວັນທົ່ວໄປ
+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ຄວາມສຳພັນໝັ້ນຄົງ , ສ່ວນຄົນໂສດ ຍັງຕ້ອງຄອງໂສດຕໍ່ໄປ.