ເຊັກດວງລາຍວັນປະຈຳວັນທີ 7 ພະຈິກ 2019 ການງານ,ການເງິນ,ຄວາມຮັກ ດວງໃຜດີ ດີດ້ານໃດແນ່ ມາເບີ່ງດັ່ງລຸ່ມນີ້ຕາມວັນເກີດ :
1. ຄົນທີ່ເກີດວັນອາທິດ
+ ດ້ານການງານ ຖ້າຢາກເຮັດສີ່ງໃດລົງມືເຮັດ ຊວງນີ້ມີເກນປະສົບຜົນສຳເລັດ.
+ ດ້ານການເງິນ ບໍ່ມີຍັນຫາ ມີລາຍໄດ້ເຂົ້າມາເລື້ອຍໆ .
+ ດ້ານຄວາມຮັກ ຄົນມີຄູ່ ລະວັງ ມີຄຸ່ແລ້ວ ແຕ່ກໍຍັງມີຄົນເຂົ້າມາ, ສ່ວນຄົນໂສດ ລະວັງຄົນມີເຈົ້າຂອງເຂົ້າມາ.
2. ຄົນທີ່ເກີດວັນຈັນ
+ ດ້ານການງານ ໜ້າທີ່ການງານ ເລີ່ມກ້າວໜ້າ .
+ ດ້ານການເງິນ ມີເກນມີລາຍໄດ້ຫຼາຍກວ່າ 1 ຊ່ອງທາງ
+ ດ້ານຄວາມຮັກ ຄົນມີຄູ່ ເຂົ້າໃຈກັນ, ສ່ວນຄົນໂສດ ມີເກນພົບຮັກແບບກະທັນຫັນ.
3. ຄົນທີ່ເກີດວັນອັງຄານ
+ ດ້ານການງານ ອິດເມື່ອຍກັບພາຍໃນອົງກອນ ແຕ່ວຽກກໍກ້າວໜ້າ.
+ ດ້ານການເງິນ ມີເກນມີລາຍຈ່າຍຫຼາຍ.
+ ດ້ານຄວາມຮັກ ຄົນມີຄູ່ ມີເຫດການວັດໃຈລະຫວ່າງທ່ານກັບຄົນຮັກ, ສ່ວນຄົນໂສດ ມີເກນພົບຮັກ.
4. ຄົນທີ່ເກີດວັນພຸດ
+ ດ້ານການງານ ຄວາມພະຍາຍາມ ຈະນຳທາງຄວາມສຳເລັດ.
+ ດ້ານການເງິນ ເຮັດອາຊີບເສີມ ລາຍໄດ້ດີ.
+ ດ້ານຄວາມຮັກ ຄົນມີຄູ່ ຍັງຮັກກັນຄືວັນວານ, ສ່ວນຄົນໂສດ ຈະພົບຮັກທີ່ລໍຄອຍມາດົນ.
5. ຄົນທີ່ເກີດວັນພະຫັດ
+ ດ້ານການງານ ເມື່ອຍເປັນພິເສດ ເຮັດວຽກແຂ່ງກັບເວລາ
+ ດ້ານການເງິນ ມີເກນມີລາຍຈ່າຍແບບຫຼີກບໍ່ໄດ້.
+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ຄວາມສຳພັນໝັ້ນຄົງ, ສ່ວນຄົນໂສດ ມີເກນພົບຮັກ ຫາກເປີດໃຈ.
6. ຄົນທີ່ເກີດວັນສຸກ
+ ດ້ານການງານ ມີວຽກງານເຂົ້າມາເລື້ອຍໆ .
+ ດ້ານການເງິນ ການເງີນມີເກນດີກວ່າແຕ່ກ່ອນຫຼາຍ.
+ ດ້ານຄວາມຮັກ ຄົນມີຄູ່ ມີຄວາມສຸກ ເຂົ້າໃຈກັນ ແລະ ກັນ, ສ່ວນຄົນໂສດ ມີເກນມີຄົນມາມັກ.
7. ຄົນທີ່ເກີດວັນເສົາ
+ ດ້ານການງານ ຄວນໝັ່ນສ້າງຜົນງານໄວ້ ເພາະຜູ້ໃຫຍ່ ກຳລັງຈັບຕາເບີ່ງທ່ານຢູ່.
+ ດ້ານການເງິນ ມີເລື່ອງໃຫ້ຈ່າຍ ແບບຫຼີກລ່ຽງບໍ່ໄດ້.
+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ຄວາມສຳພັນ ພັດທະນາຢ່າງຊ້າໆ, ສ່ວນຄົນໂສດ ຍັງໂສດຖ້າບໍ່ເປີດໃຈ.