ເຊັກດວງລາຍວັນປະຈຳວັນທີ 5 ພະຈິກ 2019 ການງານ,ການເງິນ,ຄວາມຮັກ ດວງໃຜດີ ດີດ້ານໃດແນ່ ມາເບີ່ງດັ່ງລຸ່ມນີ້ຕາມວັນເກີດ :
1. ຄົນທີ່ເກີດວັນອາທິດ
+ ດ້ານການງານ ຂ້ອນຂ້າງໂດດເດັ່ນ ຖ້າປາຖະໜາສີ່ງໃດ ຈົ່ງລົງມືເຮັດ ມີເກນສົມຫວັງ.
+ ດ້ານການເງິນ ຫາກລົງທຶນໄລຍະຍາວ ມີໂອກາດໄດ້ກຳໄລຫຼາຍ
+ ດ້ານຄວາມຮັກ ຄົນມີຄູ່ ລະວັງມີຄົນມາມັກ ທັງທີ່ມີຄູ່ແລ້ວ, ສ່ວນຄົນໂສດ ຍັງໂສດຕໍ່ໄປ.
2. ຄົນທີ່ເກີດວັນຈັນ
+ ດ້ານການງານ ມີເກນປະສົບຜົນສຳເລັດບໍ່ວ່າຈະເຮັດຫຍັງ.
+ ດ້ານການເງິນ ມີເກນມີລາຍໄດ້ເຂົ້າມາຢ່າງຕໍ່ເນື່ອງ
+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກໝັ້ນຄົງຍາກທີ່ຈະພັງທະລາຍ, ສ່ວນຄົນໂສດ ມີເກນພົບຮັກ ຢູ່ຫ່າງໄກ.
3. ຄົນທີ່ເກີດວັນອັງຄານ
+ ດ້ານການງານ ລະວັງການສານສຳພັນກັບຄົນຮ່ວມວຽກ ອາດມີບັນຫາໄດ້.
+ ດ້ານການເງິນ ມີເກນໝົດເງິນກັບຄ່າໃຊ້ຈ່າຍ ແບບຫຼີກລ່ຽງບໍ່ໄດ້
+ ດ້ານຄວາມຮັກ ຄົນມີຄູ່ ບໍ່ມີເວລາໃຫ້ກັນ , ສ່ວນຄົນໂສດ ມີເກນພົບຮັກກັບຄົນດີມີອະນາຄົດ.
4. ຄົນທີ່ເກີດວັນພຸດ
+ ດ້ານການງານ ຈະຕ້ອງອີດເມື່ອຍ ເພາະຕ້ອງເຮັດເອງ ພິງພາໃຜບໍ່ໄດ້.
+ ດ້ານການເງິນ ມີເກນມີເງິນເຂົ້າມາເລື້ອຍໆ ພໍມີເກັບມີໃຊ້.
+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ຄວາມສຳພັນພັດທະນາເລື້ອຍໆ, ສ່ວນຄົນໂສດ ມີເກນພົບຮັກທີ່ລໍຄອຍມານານ.
5. ຄົນທີ່ເກີດວັນພະຫັດ
+ ດ້ານການງານ ມີເກນມີງານເຂົ້າມາໃຫ້ຮັບຜິດຊອບຫຼາຍ ຕ້ອງອິດເມື່ອຍ .
+ ດ້ານການເງິນ ມີເກນໄດ້ໂຊກລາບຈາການເຮັດວຽກ.
+ ດ້ານຄວາມຮັກ ຄົນມີຄູ່ ເຂົ້າໃຈກັນ ແລະ ກັນ ບໍ່ມີບັນຫາ, ສ່ວນຄົນໂສດ ມີເກນພົບຮັກ.
6. ຄົນທີ່ເກີດວັນສຸກ
+ ດ້ານການງານ ມີເກນເຮັດຽກຫຼາຍ ເພາະມີວຽກເຂົ້າມາໃຫ້ຮັບຜິດຊອບ.
+ ດ້ານການເງິນ ຄ່ອງຕົວດີ ລາຍຮັບລາຍຈ່າຍ ສົມດຸນກັນ.
+ ດ້ານຄວາມຮັກ ຄົນມີຄູ່ ເຂົ້າໃຈກັນຫຼາຍຂື້ນຫຼັງຜ່ານອຸປະສັກມານຳກັນ, ສ່ວນຄົນໂສດ ມີເກນສະຫຼະໂສດ.
7. ຄົນທີ່ເກີດວັນເສົາ
+ ດ້ານການງານ ຜູ້ໃຫຍ່ ເລີ່ມເຫັນຜົນງານ ຫຼັງອິດເມື່ອຍມາດົນ
+ ດ້ານການເງິນ ມີລາຍຈ່າຍ ແຕ່ບໍ່ເຖີງຂັ້ນຕິດຂັດ
+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກຄວາມສຳພັນໝັ້ນຄົງ, ສ່ວນຄົນໂສດ ມີເກນພົບຮັກສົມຫວັງ.