ເຊັກດວງລາຍວັນປະຈຳວັນທີ 30 ຕຸລາ 2019 ການງານ,ການເງິນ,ຄວາມຮັກ ດວງໃຜດີ ດີດ້ານໃດແນ່ ມາເບີ່ງດັ່ງລຸ່ມນີ້ຕາມວັນເກີດ :
1. ຄົນທີ່ເກີດວັນອາທິດ
+ ດ້ານການງານ : ມີເກນສົມຫວັງຫຼັງຈາກທີ່ອິດເມື່ອຍມາດົນ.
+ ດ້ານການເງິນ : ມີເກນມີລາຍຈ່າຍຫຼາຍ ແບບຫຼີກລ່ຽງບໍ່ໄດ້ .
+ ດ້ານຄວາມຮັກ ຄົນມີຄູ່ ເຂົ້ໃຈກັນ ແລະ ມີຄວາມສຸກຫຼາຍ, ສ່ວນຄົນໂສດ ຖ້າລອງເປີດໃຈ ມີເກນພົບຮັກ.
2. ຄົນທີ່ເກີດວັນຈັນ
+ ດ້ານການງານ : ກຳລັງມີການປ່ຽນແປງໃນທາງທີ່ດີຂື້ນ.
+ ດ້ານການເງິນ : ມີເກນໄດ້ໂຊກລາບຈາກການລົງທຶນໄລຍະຍາວ.
+ ດ້ານຄວາມຮັກ ຄົນມີຄູ່ ມີເກນບໍ່ເຂົ້າໃຈກັນເລັກນ້ອຍ, ສ່ວນຄົນໂສດ ມີເກນມີຄົນມາມັກ.
3. ຄົນທີ່ເກີດວັນອັງຄານ
+ ດ້ານການງານ : ສີ່ງທີ່ຮັບຜິດຊອບກຳລັງຈະສຳເລັດໃນໄວໆນີ້.
+ ດ້ານການເງິນ : ຫາກລົງທຶນຈະໄດ້ກຳໄລຫຼາຍ.
+ ດ້ານຄວາມຮັກ ຄົນມີຄູ່ ຄົນຮັກເປັນກຳລັງໃຈທີ່ດີ, ສ່ວນຄົນໂສດ ມີເກນພົບຮັກໃໝ່ແບບບໍ່ເປີດເຜີຍ.
4. ຄົນທີ່ເກີດວັນພຸດ
+ ດ້ານການງານ : ຫາກລວມວຽກກັບຄົນຈຳນວນຫຼາຍ ມີເກນຖືກເອົາປຽບ.
+ ດ້ານການເງິນ : ມີເກນ ມີລາຍຈ່າຍ ຫຼາຍກວ່າຫຼາຍໄດ້ ເຊີ່ງບໍ່ສາມາດຫຼີກລ່ຽງໄດ້
+ ດ້ານຄວາມຮັກ ຄົນມີຄູ່ ມີເກນ ຄວາມສຳພັນ ເຫີນຫ່າງ, ສ່ວນຄົນໂສດ ຍັງຄອງໂສດຕໍ່ໄປ.
5. ຄົນທີ່ເກີດວັນພະຫັດ
+ ດ້ານການງານ : ຖ້າບໍ່ເຊົາພະຍາຍາມສິ່ງທີ່ເຮັດມີໂອກາດປະສົບຜົນສຳເລັດ.
+ ດ້ານການເງິນ ເລື້ອຍໆ ບໍ່ມີບັນຫາເດືອດຮ້ອນເລື່ອງການເງິນ.
+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ຄວາມສຳພັນ ຍັງດຳເດີນໄປເລື້ອຍໆ, ສ່ວນຄົນໂສດ ມີເກນໄດ້ພົບຮັກແບບຈິງຈັງ.
6. ຄົນທີ່ເກີດວັນສຸກ
+ ດ້ານການງານ : ສີ່ງທີ່ຮັບຜິດຊອບມີແນວໂນ້ມສຳເລັດໃນໄວໆນີ້.
+ ດ້ານການເງິນ : ມີລາຍຈ່າຍເລື້ອຍໆ ແຕ່ບໍ່ເຖີງຂັ້ນເດືອດຮ້ອນ.
+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ຄວາມສຳພັນ ພັດທະນາຂື້ນເລື້ອຍໆ, ສ່ວນຄົນໂສດ ມີເກນພົບຮັກ ແບບກະທັນຫັນ.
7. ຄົນທີ່ເກີດວັນເສົາ
+ ດ້ານການງານ : ກ້າວັໜ້າແບບຊ້າໆ ແຕ່ກ້າວໜ້າຕໍ່ເນື່ອງເລື້ອຍໆ.
+ ດ້ານການເງິນ : ມີເກນໄດ້ໂຊກລາບຢ່າງຕໍ່ເນື່ອງ.
+ ດ້ານຄວາມຮັກ ຄົນມີຄູ່ ມີເກນບໍ່ເຂົ້າໃຈກັນເລັກນ້ອຍ, ສ່ວນຄົນໂສດ ຖ້າບໍ່ເປີດໃຈກໍໂສດຕໍ່ໄປ.