ເຊັກດວງລາຍວັນປະຈຳວັນທີ 27 ຕຸລາ 2019 ການງານ,ການເງິນ,ຄວາມຮັກ ດວງໃຜດີ ດີດ້ານໃດແນ່ ມາເບີ່ງດັ່ງລຸ່ມນີ້ຕາມວັນເກີດ :
1. ຄົນທີ່ເກີດວັນອາທິດ
+ ດ້ານການງານ : ຫາກມີໂຄງການຫຼືແຜນການດີໆຢູ່ໃນຫົວ ໃຫ້ລົງມືເຮັດເພາະມີເກນປະສົບຜົນສຳເລັດສູງ.
+ ດ້ານການເງິນ : ບໍ່ຄ່ອຍເຫຼືອເງິນເກັບ ເພາະມີຄ່າໃຊ້ຈ່າຍເລື້ອຍໆ.
+ ດ້ານຄວາມຮັກ ຄົນມີຄູ່ ບໍ່ມີເວລາໃຫ້ກັນ, ສ່ວນຄົນໂສດ ມີເກນພົບຮັກກັບຄົນທີ່ບໍ່ຄາດຄິດ.
2. ຄົນທີ່ເກີດວັນຈັນ
+ ດ້ານການງານ : ມີເກນ ເຮັດວຽກໃດກໍມີແຕ່ປະສົບຜົນສຳເລັດ ບໍ່ຕ້ອງອິດເມື່ອຍຄືຜ່ານມາ.
+ ດ້ານການເງິນ : ມີໂອກາດດີໆໃນເລື່ອງການເງິນ ມີເງິນເຂົ້າເລື້ອຍ ໆ.
+ ດ້ານຄວາມຮັກ ຄົນມີຄູ່ ມີບັນຫາບາງຢ່າງທີ່ຊ້ອນຢູ່ , ສ່ວນຄົນໂສດ ມີເກນມີຄົນເຂົ້າມາມັກ.
3. ຄົນທີ່ເກີດວັນອັງຄານ
+ ດ້ານການງານ : ສີ່ງໃດທີ່ທ່ານກຳລັງຮັບຜິດຊອບຢູ່ໃນຂະນີ້ ມີເກນປະສົບຜົນສຳເລັດເກີນຄາດ.
+ ດ້ານການເງິນ : ດີຂື້ນເລື້ອຍໆ ໄດ້ໂຊກລາບຫຼາຍຊ່ອງທາງ.
+ ດ້ານຄວາມຮັກ ຄົນມີຄູ່ ຍັງຮັກກັນ ແລະ ຫ່ວງໃຫຍ່ກັນຄືເກົ່າ, ສ່ວນຄົນໂສດ ມີເກນໄດ້ພົບຮັກກັບຄົນທີ່ຈິງໃຈ.
4. ຄົນທີ່ເກີດວັນພຸດ
+ ດ້ານການງານ : ມີເລື່ອງຫຼາກຫຼາຍໃນໃຈ ກັບວຽກງານ ແຕ່ທ່ານບໍ່ສະແດງອອກມາ.
+ ດ້ານການເງິນ : ມີເກນມີລາຍຈ່າຍຕະຫຼອດຊ່ວງນີ້ ຫຼີກລ່ຽງບໍ່ໄດ້.
+ ດ້ານຄວາມຮັກ ຄົນມີຄູ່ ມີເກນບໍ່ເຂົ້າໃຈກັນ ແຕ່ກໍຍັງຮັກກັນ, ສ່ວນຄົນໂສດ ຍັງໂສດຕໍ່ໄປ.
5. ຄົນທີ່ເກີດວັນພະຫັດ
+ ດ້ານການງານ : ຖ້າບໍ່ທໍ້ຖອຍ ຄວາມສຳເລັດກໍຈະເກີດ ເພາະເກີດຊ້າໆ .
+ ດ້ານການເງິນ : ເມື່ອຍພໍສົມຄວນ ເພາະມີລາຍຈ່າຍເລື້ອຍໆ.
+ ດ້ານຄວາມຮັກ ຄົນມີຄູ່ ຍັງຮັກກັນໝັ້ນຄົງບໍ່ມີບັນຫາ , ສ່ວນຄົນໂສດ ມີເກນພົບຮັກທີ່ຕາມຫາມາດົນ.
6. ຄົນທີ່ເກີດວັນສຸກ
+ ດ້ານການງານ : ຄວາມຝັນກາຍເປັນຄວາມຈິງແລ້ວ ອີກບໍ່ດົນເທົ່າໃດ.
+ ດ້ານການເງິນ : ມີລາຍໄດ້ເຂົ້າມາ ແຕ່ລາຍຈ່າຍກໍມາຄືກັນ.
+ ດ້ານຄວາມຮັກ ຄົນມີຄູ່ ຮັກກັນ ເຂົ້າໃຈກັນດີ, ສ່ວນຄົນໂສດ ມີເກນພົບຮັກ.
7. ຄົນທີ່ເກີດວັນເສົາ
+ ດ້ານການງານ : ມີເກນສົມຫວັງໃນເລື່ອງໜ້າທີ່ການງານ.
+ ດ້ານການເງິນ : ຫາກນຳເງີນເກັບໄປລົງທຶນຈະເຮັດໃຫ້ມີກຳໄລຫຼາຍຂື້ນ
+ ດ້ານຄວາມຮັກ ຄົນມີຄູ່ ມີເກນບໍ່ເຂົ້າໃຈກັນໃນບາງຄັ້ງ, ສ່ວນຄົນໂສດ ຍັງໂສດຕໍ່ໄປ .