ເຊັກດວງລາຍວັນປະຈຳວັນທີ 10 ກຸມພາ 2020 ການງານ,ການເງິນ,ຄວາມຮັກ ດວງໃຜດີ ດີດ້ານໃດແນ່ ມາເບີ່ງດັ່ງລຸ່ມນີ້ຕາມວັນເກີດ :
1. ຄົນທີ່ເກີດວັນອາທິດ
+ ດ້ານການງານ ມີເກນເຮັດວຽກນອກສະຖານທີ່ ລະວັງສຸຂະພາບນຳແນ່
+ ດ້ານການເງິນ ມີເກນ ລາຍໄດ້ເທົ່າເດີມ ເພີ່ມເຕີມຄຶລາຍຈ່າຍ
+ ດ້ານຄວາມຮັກ ຄົນມີຄູ່ ຕ່າງຄົນຕ່າງເຮັດວຽກ ບໍ່ມີເວລາໃຫ້ກັນ, ສ່ວນຄົນໂສດ ຂື້ນກັບທ່ານຈະເປີດໃຈຫຼືບໍ່
2. ຄົນທີ່ເກີດວັນຈັນ
+ ດ້ານການງານ ມີເກນ ໜ້າທີ່ກ່ນງານປ່ຽນແປງໃນທາງທີ່ດີຂື້ນ
+ ດ້ານການເງິນ ດວງດີ ຖ້າລົງທຶນ ມີເກນຜົນຕອບແທນດີ
+ ດ້ານຄວາມຮັກ ຄົນມີຄູ່ ມີເກນ ມີຄົນມາມັກທັງທີ່ມີຄູ່ຢູ່ແລ້ວ, ສ່ວນຄົນໂສດ ມີເກນໄດ້ພົບຮັກທີ່ລໍຄອຍ
3.ຄົນທີ່ເກີດວັນອັງຄານ
+ ດ້ານການງານ ມີເກນອຸປະສັກເຂົ້າມາ ແຕ່ກໍສາມາດຈັດການດ້ວຍດີ
+ ດ້ານການເງິນ ມີເກນ ໝົດເງິນໄປກັບເລື່ອງທີ່ບໍ່ຄາດຝັນ
+ ດ້ານຄວາມຮັກ ຄົນມີຄູ່ ມີເກນ ມີຄວາມສຸກເຂົ້າໃຈກັນ, ສ່ວນຄົນໂສດ ມີເກນພົບຮັກຫຼັງໂສດມາດົນ
4. ຄົນທີ່ເກີດວັນພຸດ
+ ດ້ານການງານ ມີເກນ ຈະເຮັດຫຍັງ ກໍປະສົບຜົນສຳເລັດ
+ ດ້ານການເງິນ ມີເກນ ມີລາຍໄດ້ເພີ່ມຂື້ນ
+ ດ້ານຄວາມຮັກ ຄົນມີຄູ່ ມີເກນໄດ້ໃກ້ຊິດກັບຄົນຮັກ ມີຄວາມສຸກ, ສ່ວນຄົນໂສດ ຂື້ນກັບທ່ານ ຖ້າຕັດສິນໃຈເລືອກຫຼາຍຈະໂສດຕໍ່ໄປ
5. ຄົນທີ່ເກີດວັນພະຫັດ
+ ດ້ານການງານ ມີເກນປະສົບຜົນສຳເລັດ ເພາະຜຸ້ໃຫຍ່ ເຫັນຜົນງານຂອງທ່ານ
+ ດ້ານການເງິນ ມີເກນມີລາຍຈ່າຍຫຼາຍ ບໍ່ຄວນລົງທຶນ
+ ດ້ານຄວາມຮັກ ຄົນມີຄູ່ ມີເກນຄວາມຮັກ ຄວາມສຳພັນ ດຳເນີນໄປເລື້ອຍໆ, ສ່ວນຄົນໂສດ ຍັງຄອງໂສດຕໍ່ໄປ
6.ຄົນທີ່ເກີດວັນສຸກ
+ ດ້ານການງານ ມີເກນ ມິວຽກຫຼາຍໃຫ້ເຮັດ ແລະ ຮັບຜິດຊອບຢ່າງໜັກ
+ ດ້ານການເງິນ ມີເກນ ມີລາຍໄດ້ເຂົ້າມາຢ່າງຕໍ່ເນື່ອງ
+ ດ້ານຄວາມຮັກ ຄົນມີຄູ່ ຍັງຮັກກັນຄືວັນວານ, ສ່ວນຄົນໂສດ ຍັງຄອງໂສດຕໍ່ໄປ
7. ຄົນທີ່ເກີດວັນເສົາ
+ ດ້ານການງານ ມີເກນ ປະສົບຜົນສຳເລັດທາງດ້ນໜ້າທີ່ການງານຢ່າງທີ່ຕັ້ງໄວ້
+ ດ້ານການເງິນ ຖ້າທ່ານ ບໍລິຫານເປັນ ມີເກນມີເງິນເກັບຫຼາຍ
+ ດ້ານຄວາມຮັກ ຄົນມີຄູ່ ມີເກນ ຄວາມສຳພັນໝັ້ນຄົງ, ສ່ວນຄົນໂສດ ມີເກນ ສົມຫວັງໃນຄວາມຮັກ