ເຊັກດວງລາຍວັນປະຈຳວັນທີ 28 ຕຸລາ 2019 ການງານ,ການເງິນ,ຄວາມຮັກ ດວງໃຜດີ ດີດ້ານໃດແນ່ ມາເບີ່ງດັ່ງລຸ່ມນີ້ຕາມວັນເກີດ :
1. ຄົນທີ່ເກີດວັນອາທິດ
+ ດ້ານການງານ : ກຳລັງຈະມີໂອກາດດີໆເຂົ້າມາໃນຊີວິດ ເຊີ່ງໂອກາດດີແບບນີ້ກໍບໍ່ໄດ້ເຂົ້າຕະຫຼອດໃນຊີວິດ .
+ ດ້ານການເງິນ : ລາບລື້ນດີ ແຕ່ຖ້າມີການວາງແຜນກໍຈະສາມາດເກັບເງິນໄດ້ຫຼາຍພໍສົມຄວນ.
+ ດ້ານຄວາມຮັກ ຄົນມີຄູ່ ຍັງຮັກກັນຄືເກົ່າ, ສ່ວນຄົນໂສດ ມີເກນພົບຮັກກັບຄົນທີ່ບໍ່ຄາດຝັນ.
2.ຄົນທີ່ເກີດວັນຈັນ :
+ ດ້ານການງານ : ຖ້າຮ່ວມວຽກກັບເພດກົງກັນຂ້າມຈະດີຫຼາຍ ເພາະຈະໄດ້ຮັບການຊ່ອຍເຫຼືອອຸປະຖຳເປັນຢ່າງດີ.
+ ດ້ານການເງິນ : ມີເກນໄດ້ໂຊກລາບຈາກການເຮັດວຽກງານ ຫຼື ຄວາມດຸໜັ່ນຂອງທ່ານເອງ.
+ ດ້ານຄວາມຮັກ ຄົນມີຄູ່ ມີເກນມີບັນຫາບາງຢ່າງແຕ່ກໍບໍ່ໄດ້ເວົ້າກັນແບບຕົງໆ, ສ່ວນຄົນໂສດ ມີເກນມີຄົນເຂົ້າມາມັກຫຼາຍ.
3. ຄົນທີ່ເກີດວັນອັງຄານ
+ ດ້ານການງານ : ມີເກນສົມຫວັງໃນເລື່ອງການງານ ການຕິດຕໍ່ ການສະມັກວຽກ ຫຼື ເຮັດວຽກທຸກປະເພດ ກໍປະສົບຜົນສຳເລັດ.
+ ດ້ານການເງິນ : ມີເກນມີລາຍໄດ້ເຂົ້າມາເລື່ອຍຢ່າງຕໍ່ເນື່ອງຈາກວຽກງານທີ່ເຮັດ ຫຼື ວຽກເສີມ.
+ ດ້ານຄວາມຮັກ ຄົນມີຄູ່ ຍີ່ງນານວັນກໍຍີ່ງພັດທະນາຫຼາຍຂື້ນເລື້ອຍໆ, ສ່ວນຄົນໂສດ ມີເກນໄດ້ພົບຮັກ ຮັກແທ້ໃນອະນາຄົດ.
4. ຄົນທີ່ເກີດວັນພຸດ
+ ດ້ານການງານ : ການເຮັດວຽກກັບຄົນຈຳນວນຫຼາຍອາດເຮັດໃຫ້ໜັກໃຈ ເພາະຕ່າງຄົນຕ່າງມີຄວາມຄິດ.
+ ດ້ານການເງິນ : ບໍ່ຄວນສ່ຽງດວງຫຼື ລົງທຶນໃນໄລຍະສັ້ນ ເພາະຈະບໍ່ຄຸມຄຸ້ມຄ່າ.
+ ດ້ານຄວາມຮັກ ຄົນມີຄູ່ ບໍ່ມີເວລາໃຫ້ກັນ ເພາະມົ້ວແຕ່ເຮັດວຽກ, ສ່ວນຄົນໂສດ ຍັງຕ້ອງຄອງໂສດຕໍ່ໄປ.
5. ຄົນທີ່ເກີດວັນພະຫັດ :
+ ດ້ານການງານ : ຕ້ອງອົດທົນຕໍ່ໄປເພາະຄວາມກ້າວໜ້າຍັງບໍ່ປາກົດຂື້ນ.
+ ດ້ານການເງິນ : ມີເກນໄດ້ໂຊກລາບກ້ອນໃຫຍ່ ຈາກເຫື່ອແຮງຂອງຕົນເອງ.
+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ຄວາມສຳພັນພັດທະນາຂື້ນເລື້ອຍໆ, ສ່ວນຄົນໂສດ ມີເກນໄດ້ພົບຮັກກັບຄົນທີ່ສ້າງອະນາຄົດໃຫ້ທ່ານ.
6. ຄົນທີ່ເກີດວັນສຸກ :
+ ດ້ານການງານ : ຫຼັງຈາກເຄີຍລຳບາກ ເມື່ອຍຜ່ານມາແລ້ວ ແຕ່ມື້ນີ້ມີເກນປະສົບຜົນສຳເລັດງ່າຍຂື້ນ .
+ ດ້ານການເງິນ : ມີເກນມິລາຍໄດ້ເຂົ້າມາ ແຕ່ກໍມີເຫດເຮັດໃຫ້ຕ້ອງໃຊ້ຈ່າຍ .
+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ຄວາມສຳພັນ ພັດທະນາເລື້ອຍໆຊ້າໆ, ສ່ວນຄົນໂສດ ມີເກນພົບຮັກ.
7. ຄົນທີ່ເກີດວັນເສົາ :
+ ດ້ານການງານ : ຄວນພະຍາຍາມສານຄວາມສຳພັນກັບຄົນຮ່ວມວຽກ .
+ ດ້ານການເງິນ : ມີເກນໄດ້ຮັບຊັບຢ່າງຕໍ່ເນື່ອງ .
+ ດ້ານຄວາມຮັກ ຄົນມີຄູ່ ມີເກນບໍ່ເຂົ້າໃຈກັນ ແຕ່ກໍຍັງຮັກ, ສ່ວນຄົນໂສດ ຍັງຕ້ອງໂສດຕໍ່ໄປ.