ຈາກຜູ້ໃຊ້ເຟສບຸກຊື່ Tina Vadsana Chanthalungsy ໄດ້ວ່າ :
ຈົ່ງຮັກແມ່ຜົວ ຄອບຄົວຜົວ ໃຫ້ຄືພໍ່ແມ່ ແລະ ຄອບຄົວເຮົາ 😍
ພາ Summer 🍂 Snow ❄️ ມາຢາມຕູ້ຍ່າ ເອົາເງິນມາໄວ້ໃຫ້ຕູ້ໄປໂຮງຫມໍ 🥰
– ເຊື່ອວ່າທຸກຄົນກະຕ້ອງຮັກພໍ່ແມ່ຄອບຄົວໂຕເອງທັງນັ້ນລວມທັງຂ້ອຍນຳ ແລະ ຂ້ອຍກະຄິດວ່າຜົວຂ້ອຍລາວກໍຕ້ອງຮັກຄອບຄົວລາວເຊັ່ນກັນ ເຮົາ 2 ຄົນ ຈັ່ງຕ້ອງໄດ້ດູແລຄອບຄົວຂອງເຮົາທັງສອງໃຫ້ດີທີ່ສຸດຕະຫລອດເວລາ9 ປີ ຕັ້ງແຕ່ເຮົາເລີ່ມຄົບກັນຈົນມາເປັນຜົວເປັນເມຍເວລາຂ້ອຍຢາກໃຫ້ຫຍັງຄອບຄົວຜົວຂ້ອຍກະບໍ່ເຄີຍຂັດເວລາລາວຢາກໃຫ້ຫຍັງຄອບຄົວລາວຂ້ອຍກະບໍ່ຂັດເຊັ່ນກັນ ແລະ ຂ້ອຍກະດີໃຈທີ່ຄອບຄົວເຮົາບໍ່ເຄີຍມີບັນຫາແມ່ຜົວລູກໄພ້ ຫລື ພໍ່ເຖົ້າລູກເຂີຍ ກົງກັນຂ້າມແມ່ຄອບຄົວຜົວກໍ່ຈະຄ່ອຍບອກລາວໃຫ້ເຮັດດີກັບຂ້ອຍຢູ່ສະເຫມີເພາະຂະເຈົ້າກະຮັກເຮົາຄືຄອບຄົວເຊັ່ນກັນ ແລະ ຄອບຄົວຂ້ອຍກໍ່ຮັກຜົວຂ້ອຍຄືກັບຄົນໃນຄອບຄົວບໍ່ຕ່າງກັນ ນີ້ຕິເນາະທີ່ເພິ່ນວ່າເຮົາຢາກເປັນຜູ້ໄດ້ເຮົາກະຕ້ອງຮູ້ຈັກໃຫ້ກ່ອນ 😍
ເມື່ອໂພສນີ້ໄດ້ເຜີຍແຜ່ໄປ ກໍເຮັດໃຫ້ຊາວເຟສບຸກ ແຫ່ໄລ ແຊຣ໌ ແລະ ຄອມເມັ້ນ ຢ່າງຫຼວງຫຼາຍ
.
.
.
ຂໍຂອບໃຈທີ່ມາ