ຮອງຮັບແລ້ວ !! ຫຼັກສູດປະລິນຍາເອກ ສາຂາ “ພາສາ ແລະ ວັດທະນາທຳລາວ”
ຂ່າວດີ !!! ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ອອກຂໍ້ຕົກລົງ ແລະ ຮັບຮອງ ການອະນຸມັດ ນໍາໃຊ້ຫຼັກສູດ ປະລິນຍາເອກ ສາຂາ ພາສາ ແລະ ວັດທະນາທໍາລາວ ຢູ່ ມະຫາວິທະຍາໄລແຫ່ງຊາດ ເລກທີ 129/ສສກ ໃນວັນທີ 12/01/2021 ໂດຍມີເນື້ອຫາດັ່ງຕໍ່ໄປນີ້:
ມາດຕາ 01 ຮັບຮອງ ແລະ ອະນຸມັດນຳໃຊ້ຫຼັກສູດລະດັບປະລິນຍາເອກ ສາຂາ ພາສາ ແລະ ວັດທະນະທໍາລາວ
ຢູ່ ຄະນະອັກສອນສາດ, ມະຫາວິທະຍາໄລ ແຫ່ງຊາດ;
ມາດຕາ 02 ໃຫ້ອະທິການບໍດີມະຫາວິທະຍາໄລ ແຫ່ງຊາດ ເປັນຜູ້ຊີ້ນຳການຈັດຕັ້ງປະຕິບັດຫຼັກສູດດັ່ງກ່າວນີ້
ໃຫ້ຖືກຕ້ອງຕາມຫຼັກວິຊາການ ແລະ ທຸກເງື່ອນໄຂທີ່ກໍານົດໄວ້ໃນຫຼັກສູດ;
ມາດຕາ 03 ອະນຸມັດໃຫ້ຮັບນັກສຶກສາ ຮຸ່ນທີ່ໜຶ່ງ ຈໍານວນ 07 ຄົນ ໃນສົກສຶກສາ 2021-2022 ເປັນຕົ້ນໄປ;
ມາດຕາ 04 ໃຫ້ຫ້ອງການກະຊວງສຶກສາທິການ ແລະ ກິລາ, ກົມການສຶກສາຊັ້ນສູງ, ມະຫາວິທະຍາໄລ ແຫ່ງຊາດ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງຮັບຮູ້ ແລະ ປະຕິບັດຂໍ້ຕົກລົງສະບັບນີ້ໃຫ້ໄດ້ຮັບຜົນດີ, ພາຍຫຼັງສຳເລັດ 01 ຊຸດຮຽນ ໃຫ້ປະເມີນຜົນການຮຽນ-ການສອນແລ້ວ ລາຍງານຄະນະນຳກະຊວງສຶກສາທິການ ແລະ ກິລາ ຮັບຊາບໃນເວລາອັນຄວນ.