ອຸບັດຕິເຫດພລົດຈິບ ຕຳກັບ ລົດບັນທຸກພວງ ທີ່ບ້ານນາຫຍ້າຫວາຍ ເສຍຊີວິດຄາທີ 2 ຄົນ
ໃນເວລາປະມານ 23 ໂມງ 00 ນາທີ, ຂອງວັນທີ 08 ມິຖຸນາ 2022 ໄດ້ມີອຸບັດຕິເຫດເກີດຂຶ້ນຢູ່ບໍລິເວນເຂດ ບ້ານ ນາຫຍ້າຫວາຍ, ( ເສັ້ນທາງເລກທີ 13 ໃຕ້ ), ເມືອງ ທ່າແຂກ, ແຂວງ ຄຳມ່ວນ. ລະຫວ່າງພາຫະນະລົດຈິບ, ຍີ່ຫໍ້ ໂຕໂຍຕ້າຟໍຈຸນເນີ, ສີຂາວ, ໝາຍເລກທະບຽນ ຮຮ 2222 ກຳແພງນະຄອນ ຕຳກັບລົດບັນທຸກພວງ, ເຊິ່ງລົດຕ້າຟໍຈຸນເນີຂັບຂີ່ໂດຍທ້າວ ເອ ອາຍຸ 22 ປີ, ຢູ່ບ້ານຫ້ວຍເຂົ້າໝິ້ນ, ເມືອງ ຫີນບູນ, ແຂວງ ຄຳມ່ວນ ແລະ ມີຜູ້ນັ່ງມານຳ ຈຳນວນ 03 ຄົນ ຄື ທ້າວ ໂຈ, ອາຍຸ 21 ປີ, ຢູ່ບ້ານຫ້ວຍເຂົ້າໝິ້ນ, ເມືອງ ຫີນບູນ, ແຂວງ ຄຳມ່ວນ, ທ້າວ ອອຍ ອາຍຸ 19 ປີ ຢູ່ບ້ານຫ້ວຍເຂົ້າໝິ້ນໃຫຍ່, ເມືອງ ຫີນບູນ, ແຂວງ ຄຳມ່ວນ ແລະ ທ້າວ ເກ ອາຍຸ 18 ປີ ຢູ່ບ້ານຫ້ວຍເຂົ້າໝິ້ນ, ເມືອງ ຫີນບູນ ແຂວງ ຄຳມ່ວນ.
ພວກກ່ຽວໄດ້ຂັບຂີ່ພາຫະນະລົດຈິບຄັນດັ່ງກ່າວອອກມາຈາກຮ້ານ ເພື່ອນເບຍ ທີ່ຕັ້ງຢູ່ບ້ານຫີນບູນໃຕ້, ເມືອງ ຫີນບູນ ຈຸດປະສົງແມ່ນຈະໄປຫຼິ້ນຢູ່ເທດສະບານເມືອງ ທ່າແຂກ, ແຂວງ ຄຳມ່ວນ. ພໍຂັບຂີ່ມາຮອດ ບໍລິເວນເຂດບ້ານ ນາຫຍ້າຫວາຍ, ເມືອງ ທ່າແຂກ, ແຂວງ ຄຳມ່ວນ ແມ່ນໄດ້ເກີດອຸປະຕິເຫດ ຕໍາທ້າຍ ລົດບັນທຸກພວງ, ປີ້ຫໍ້ ອີຊູຊູ, ໝາຍເລກທະບຽນ ບກ 1049 ສະຫວັນນະເຂດ (ຫົວ), ບກ 1106 ສະຫວັນນະເຂດ (ຫ່າງ) ທີ່ຈອດເປ່ເພຢູ່ແຄມທາງ, ສ່ວນຜູ້ຂັບຂີ່ແມ່ນບໍ່ຮູ້ຊື່ ເນື່ອງຈາກຜູ້ກ່ຽວແມ່ນໄດ້ເອົາຕົວຫຼົບໜີຈາກສະຖານທີ່ເກີດເຫດ.
ຜ່ານການກວດກາເກັບກຳຂໍ້ມູນ, ຊັນນະສູດ ແລະ ແຕ້ມແຜນວາດສະຖານທີ່ເກີດເຫດຂອງເຈົ້າໜ້າທີ່ ຢູ່ທີ່ສະຖານທີ່ເກີດເຫດຕົວຈິງ, ເຫັນວ່າ:
ສະພາບຂອງພາຫະນະແຕ່ລະຄັນ
– ພາຫະນະລົດຈິບ, ຍີ່ຫໍ້ ໂຕໂຍຕ້າ ຟໍຈູນເນີ ແມ່ນນອນສະແຄງປິ່ນໜ້າໄປທາງທິດເໜືອ.
– ພາຫະນະລົດບັນທຸກພວງ, ຍີ່ຫໍ້ ອີຊູຊູ ແມ່ນຈອດປິ່ນໜ້າໄປທາງທິດໃຕ້.
ຜົນເສຍຫາຍທາງດ້ານສຸຂະພາບ
– ທ້າວ ເອ ຜູ້ຂັບຂີ່ລົດຟໍຈູນເນີ້ ແມ່ນໄດ້ຮັບບາດເຈັບສົມຄວນ, ທ້າວໂຈ້ ຜູ້ນັ່ງມານຳແມ່ນໄດ້ຮັບບາດເຈັບເລັກໜ້ອຍ ແລະ ອີກ 2 ຄົນນັ່ງມານຳແມ່ນເສຍຊີວິດຄ່າທີ່.