ອຸຕຸແຈ້ງ ! ກຽມຮັບມື 3-10 ທັນວາ ອາກາດຈະຫນາວເຢັນລົງ 5-7 ອົງສາ
ກົມອຸຕຸນິຍົມ ແລະອຸທົກກະສາດອອກແຈ້ງການເລກທີ 1748/ກອຕທ ລົງວັນທີ 3 ທັນວາ 2019 ເຕືອນໄພ ອາກາດຫນາວເຢັນ ລະຫວ່າງວັນທີ 3-10 ທັນວາ 2019 ໂດຍມີເນື້ອໃນດັ່ງນີ້:
ເນື່ອງຈາກວ່າອາກາດຫນາວເຢັນຈາກປະເທດຈີນໄດ້ມີກຳລັງແຮງເພີ່ມຂື້ນ ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງແຮງ, ສົມທົບກັບລົມຕາເວັນອອກສ່ຽງເຫນືອປົກຄຸມເປັນສ່ວນໃຫ່ຍ ໃນໄລຍະວັນທີ 4 ຫາ10 ທັນວາ 2019, ຊຶ່ງຈະເຮັດໃຫ້ອຸນຫະພູມຫລຸດລົງ 5-7 ອົງສາ ອາກາດຈະຫນາວເຢັນຫາ ຫນາວເຢັນຫລາຍພ້ອມມີຫມອກປົກຫຸ້ມໃນຕອນເຊົ້າຢູ່ເຂດພາກເຫນືອ, ແຂວງໄຊສົມບູນ ແລະເຂດພູພຽງບໍລະເວນ.
ສ່ວນພາກກາງ ຫາພາກໃຕ້ອາກາດເຢັນຫາ ຫນາເຢັນ ພ້ອມມີຫມອກປົກຫຸ້ມໃນຕອນເຊົ້າ ແລະມີລົມພັດແຮງເປັນບາງໂອກາດ ອຸນຫະພູມຈະຫລຸດລົງ 3-5 ອົງສາ.