ອຸຕຸຫວຽດນາມລາຍງານ 29-31 ທັນວາ 2020 ກຽມຮັບມືໜາວແຮງ ຫິມະຕົກ

ອຸຕຸນິຍົມວິທະຍາ ຂອງປະເທດຫວຽດນາມ ລາຍງານວ່າ ມວນອາກາດໜາວ ຈາກປະເທດຈີນ ຈະແຜ່ມາປົກຄຸມ ທາງພາກເໜືອຂອງປະເທດຫວຽດນາມ ໃນວັນທີ 29 ທັນວາ 2020 ຊຶ່ງຈະເຮັດໃຫ້ ອຸນຫະພູມ ຫຼຸດຕໍ່າລົງຢ່າງກະທັນຫັນ ຈົນຕິດລົບ ແລະ ຈະສົ່ງຜົນກະທົບ ເຮັດໃຫ້ເກີດອາກາດໜາວແຮງ ແລະ ມີຫິມະຕົກ ໃນຫຼາຍເຂດ ແຂວງ ທາງພາກເໜືອ ຂອງປະເທດຫວຽດນາມ ໂດຍສະເພາະ ເຂດພູສູງ ໃນວັນທີ 30 ທັນວາ,

ໃນບາງເຂດເທິງພູສູງ ອາກາດ ອາດຕິດລົບເຖິງ -18 ອົງສາເຊ ຊຶ່ງລະດັບຄວາມໜາວ ຈະຮຸນແຮງກ່ວາປີຜ່ານມາ.

ຫຼັງຈາກນັ້ນ ຄວາມໜາວ ຈະແຜ່ລົງໄປທາງພາກໃຕ້ ຂອງປະເທດຫວຽດນາມ ໂດຍຄາດວ່າ ທາງພາກໃຕ້ ຂອງຫວຽດນາມ ກໍ່ຈະມີອາກາດໜາວ ໃນວັນທີ 31 ທັນວາ 2020 ໂດຍຈະມີອຸນຫະພູມ ຢູ່ທີ່ 1-2 ອົງສາເຊ.