ຫ້າມບໍ່ໄດ້ຄືປາກຄາດຫວັງບໍ່ໄດ້ຄືໃຈຄົນຢ່າໄປຄິດໄປຫວັງຫຍັງກັບໃຈຄົນເລີຍ
ຄົນສິບຄົນ ຄິດກໍ່ຕ່າງກັນຄົນຮ້ອຍຄົນເຮັດກໍ່ຕ່າງກັນ ທຸກໆຢ່າງມັນຢູ່ນອກເຫນືອການຄວບຄຸມເຮົາ
ດັ່ງນັ້ນ ການໄປດິ້ນຕາມປາກຄົນດິ້ນຕາມຄວາມຄິດຄົນອື່ນຈຶ່ງມີແຕ່ທຸກກັບທຸກເທົ່ານັ້ນຊີວິດທີ່ສະຫງົບຄືການຄວບຄຸມຈິດ ຄວາມຄຸມຄວາມຄິດແລະການກະທຳຂອງຄົນເອງຕ່າງຫາກ
ເຮົາຈະຄວບຄຸມຢ່າງໃດ ຈຶ່ງຈະສຳເລັດຜົນການຄວບຄົມບໍ່ໃຫ້ໂກດນັ້ນກໍຄືເມື່ອຄຳເວົ້າທີ່ບໍ່ດີຂອງຄົນມາກະທົບຈິດເຮົາ
ເຮົາຕ້ອງຮູ້ເທົ່າທັນຈິດຕົນເມ່ືອຮູ້ວ່າໂກດກຳຫນົດຈິດເມື່ອຮູ້ສຶກໂກດເມື່ອໂກດແລ້ວໄດ້ຫຍັງ ເມື່ອຊັງແລ້ວໄດ້ຫຍັງ
ເບິ່ງເຫັນໂທດ ຂໍດີ ຂໍ້ເສຍ ຂອງຄວາມໂກດຝືກບ່ອຍໆ ແລ້ວພາຍໃນເຮົາຈະສະຫງົບບໍ່ໂກດບໍ່ຊັງບໍ່ດິ້ນໄປຕາມຄຳເວົ້າຄົນ
ຄົນບາງຄົນເວົ້າບໍ່ດີຢູ່ເປັນປະຈຳ ນັ້ນກໍ່ບົ່ງບອກເຖິງນິໄສ ແລະຄວາມຄິດອ່ານຂອງເຂົາ
ຄົນບາງຄົນມັກນິນທາເປັນນິໄສ ເພາະຕົວເອງມີປົມ
ຢາກລົບປົມດ້ອຍຕົນໂດຍເອາປົມດ້ອຍຄົນອື່ນມາກົບກືນ
ຄົນບາງຄົນທັ້ງຄິດບໍ່ດີເວົ້າບໍ່ດີ ຄົນທຳອິດທີ່ຈະໄດ້ຮັບຜົນບໍ່ແມ່ນໃຜອື່ນ ກໍ່ຄືຕົນເອງນັ້ນແຫລະ.