ຫລາຍຄົນມັກຈະເວົ້າວ່າ ຢາກເຈີຄົນດີໆ ຢາກເຈີຜູ້ຊາຍໃນຝັນ ຜູ້ຍິງໃນຝັນ.
ແຟນດີໆ ຄົນດີໆ ຄົນທີ່ແມ່ນ ຄົນທີ່ຖືກສະເປັກ ຂອງເຈົ້າແມ່ນຄົນແບບໃດ ຫລາຍຄົນມັກຈະເວົ້າວ່າຢາກເຈີຄົນດີໆ ຢາກເຈີຜູ້ຊາຍໃນຝັນ ຜູ້ຍິງໃນຝັນ
ຂ້າພະເຈົ້າຂໍບອກເລີຍວ່າ ຄົນໃນຝັນຖ້າຢາກຈະເຈີ ເຈົ້າກໍ່ຕ້ອງນອນຫລັບ…ຈິງຈະເຈີ ເຮົາບໍ່ມີທາງເຈີຄົນໃນຝັນໃນຊີວິດຈິງໄດ້ ມີຄູ່ຮັກຫລາຍຄູ່ເລີກກັນພຽງເພາະຄຳວ່າເຂົ້າກັນບໍ່ໄດ້ ໄລຍ໌ສະໄຕຍ໌ບໍ່ຕົງກັນ ຫລື ພຽງເພາະຄຳເວົ້າທີ່ວ່າຈະຮັກກັນໄດ້ຕ້ອງຍອມຮັບຕົວຕົນ ແລະນິໄສຂອງກັນ ແລະກັນໃຫ້ໄດ້
ເຊື່ອເຖາະວ່າຖ້າເຮົາຍັງຄິດ ແລະ ຍືດມັນໃນຄວາມຄິດເຫລົ່ານີ້ ເຮົາບໍ່ມີທາງເຈີຄົນທີ່ດີ ຫລື ມີຄູ່ຮັກທີ່ດີ ແລະສົມຫວັງແນ່ນອນ ເພາະໃນໂລກໃບນີ້ບໍ່ມີໃຜຮັກຫລືຍອມຮັບທຸກຢ່າງໃນຕົວເຮົາໄດ້ແນ່ນອນ ເພາະຂະຫນາດຕົວເຮົາເອງຍັງບໍ່ສາມາດຮັກ ແລະຍອມຮັບທຸກຢ່າງຂອງຄົນອື່ນໄດ້
ເຊື່ອເຖາະວ່າຄວາມຮັກຖ້າຈະໃຫ້ເປັນຄວາມຮັກທີ່ດີໄດ້ ເຮົາຕ້ອງຮູ້ຈັກປັບຈູນ ແລະ ປ່ຽນແປງບາງສິ່ງບາງຢ່າງໃຫ້ເຂົ້າກັນ ຢ່າລືມວ່າຖ້າເຮົາເລືອກທີ່ຈະມີຄູ່ ນັ້ນກໍ່ຫມາຍວ່າທຸກຄວາມຄິດ ແລະ ການກະທຳຂອງເຮົາຈະບໍ່ສົ່ງຜົນກະທົບຕໍ່ຕົວເຮົາຫລືໃຈເຮົາດວງດຽວ
ແຕ່ມັນຍັງຈະສົ່ງຜົນກະທົບຕໍ່ຄົນອີກຫນື່ງຄົນ ແລະ ໃຈອີກຫນື່ງດວງຂອງຄົນທີ່ພ້ອມຈະຈັບມື ແລະ ຄຽງຂ້າງເຈົ້າໄປຈົນວັນຕາຍ…
ຍອມປ່ຽນແປງຕົວເອງໃນວັນນີ້ ວັນທີ່ຍັງມີເຂົາຂ້າງໆກ່ອນທີ່ເຈົ້າຈະບໍ່ມີໂອກາດນັ້ນ ນິໄສ ຕົວຕົນ ຫລື ວ່າໄລຍ໌ສະໄຕຍ໌ ເຈົ້າບໍ່ໄດ້ເອົາມາຈາກໃນທ້ອງແມ່ ສິ່ງເຫລົ່ານີ້ຄືສິ່ງທີ່ເຈົ້າສ້າງ ແລະ ກຳນົດມັນຂື້ນມາຕອນໃຫຍ່ ແລ້ວເປັນຫຍັງເຈົ້າຈະປ່ຽນມັນບໍ່ໄດ້…..