ເລື່ອງອົກຫັກ ເປັນສິ່ງທີ່ບໍ່ມີໃຜຢາກພົບພໍ້ , ແຕ່ເມື່ອໂຊກຊາຕາພາໃຫ້ມາພົບ ເຮົາກໍ່ຄວນຊອກຫາວິທີເພື່ອເຮັດໃຫ້ເຮົາຢູ່ໃດ້ໂດຍບໍ່ມີເຂົາ ຕໍ່ໄປນີ້ຄື 10 ຂໍ້ຫ້າມທີ່ບໍ່ຄວນເຮັດເວລາອົກຫັກ ສັງລວມມາໃຫ້ມີດັ່ງນີ້:
1. ຫ້າມຢູ່ຄົນດຽວ : ສິ່ງທຳອິດທີ່ຄວນເຮັດຄື ຫ້າມຢູ່ຄົນດຽວ, ເພາະເວລາອົກຫັກໃໝ່ໆນັ້ນມັນເຮັດໃຫ້ເຮົາຄິດຫຼາຍ, ເຄີຍໄດ້ຍິນສຸພາສິດລາວທີ່ເວົ້າວ່າ ຢູ່ຄົນດຽວໃຫ້ລະວັງແນວຄິດ ບໍ່? ນັ້ນລະ, ເວລາທີ່ອົກຫັກກະເຊັ່ນດຽວກັນ, ເມື່ອຢູ່ຄົນດຽວຈະເຮັດໃຫ້ເຮົາຄິດຫັນຄິດນີ້,ຄິດເຫັນເຂົາ,ຄິດເຫັນອະດີດ,ຄິດເຫັນອະນາຄົດທີ່ເຄີຍເວົ້າວ່າຈະໄປນຳກັນ… ຄວນຫາຄົນລະບາຍ, ຫາຄົນລົມ,ອອກໄປຫຼິ້ນນຳໝູ່… (ຖ້າບໍ່ມີໃຜລະບາຍກະສົ່ງມາລະບາຍກັບແອັດມິນໄດ້).
2. ຫ້າມມີຄົນໃໝ່ທັນທີ (ລົມເພື່ອປະຊົດວ່າເຮົາກະມີຄົນອຶ່ນໄດ້ໄວ) : ຂໍ້ນີ້ຫ້າມເຮັດເລີຍ, ແມ່ນຢູ່ວ່າອົກຫັກ,ແຕ່ການອົກຫັກມັນກະຕ້ອງໄຊ້ເວລາທີ່ເໝາະສົມເພື່ອຮັກສາແຜໃຈ. ຢ່າເອົາຄວາມຮູ້ສຶກຂອງຄົນອຶ່ນມາລໍ້ຫຼິ້ນເລີຍ, ເພາະວ່າຊ່ວງທີ່ເຮົາຍັງບໍ່ທັນລືມຮັກເກົ່າໄດ້, ເຮົາກໍ່ຈະບໍ່ພ້ອມທີ່ຈະຮັກໃຜຈາກໃຈແທ້,ມັນເຮັດໃຫ້ຄົນທີ່ເຂົ້າມານັ້ນທໍລະມານກັບຄວາມຮູ້ສຶກຂອງເຮົາ. ຄວນປ່ອຍໃຫ້ຕົນເອງລືມຮັກເກົ່າ ແລ້ວຖາມໃຈວ່າພ້ອມບໍ່, ຖ້າພ້ອມ ແລ້ວຄ່ອຍລົມໃໝ່.
3. ຫ້າມຄິດສັ້ນ : ດຽວນີ້ມີຄົນທີ່ຈັດຢູ່ໃນກຸ່ມທີ່ບໍ່ຮັກໂຕເອງ ເພີ່ມຫຼາຍຂື້ນໃນສັງຄົມລາວເຮົາ, ມີບັນຫາປຸບ ກະຢາກຄິດສັ້ນເພື່ອໜີບັນຫາ, ແລ້ວຄົນທີ່ເສຍໃຈແມ່ນໃຜລະ ? ກະແມ່ນຄົນໃນຄອບຄົວ ແລະ ຄົນໄກ້ຊິດໂຕເອງທີ່ເປັນທຸກ. ຄິດສັ້ນໄປແລ້ວໄດ້ຫຍັງ ? ເຂົາຊິກັບມາສະເບາະ ? ເຊື່ອແອັດມິນນິ,ດຽວມັນກະຜ່ານໄປ.
4. ຫ້າມຕິດຕໍ່ຫາເຂົາ : ທຸກເສັ້ນທາງ, ບໍ່ແມ່ນວ່າຈະ ເປັນການໂທ,ສົ່ງຂໍ້ຄວາມ, ໄປນັ່ງເບິ່ງຮູບເຂົາ, ໄປເຊັກສະເຕຕັສ ເຂົາວ່າເຂົາເຮັດຫຍັງຢູ່ໃສ, ອັນນີ້ມັນຈະເຮັດໃຫ້ເຮົາຕັດບໍ່ຂາດ, ຕັດບໍ່ຂາດຈະຍິ່ງເຮັດໃຫ້ເຮົາເຈັບ, ເຈັບແລ້ວກະທໍລະມານ.. ທາງທີ່ດີຄວນຕັດອອກໄປຈະດີກວ່າ.
5. ຫ້າມເຮັດປະຊົດໂຕເອງ : ຜູ້ຍິງຫຼາຍຄົນອົກຫັກລະໄປຕັດຜົມ..ອືມ… ຜົມກ່ວາຈະຈົ່ງມາໄດ້ຈະຕັດໄປເພື່ອ… ? ແລ້ວ ຫຼາຍໆຄົນກະອົກຫັກໄປກິນເຫຼົ້າ ກິນເບຍ ເມົາຈົນບໍ່ມີສະຕິ ແລ້ວ ກະເກີດເລື່ອງນຳມາ. ແບບນີ້ບໍ່ດີ, ຢ່າປ່ອຍໂຕເອງໂຊມເລີຍ, ເຮັດໃຫ້ໂຕເອງດູດີຈະດີກວ່າ.
6. ຫ້າມປິດກັ້ນໂຕເອງ : ອັນນີ້ກໍ່ຫ້າມເຊັ່ນດຽວກັນ,ຖ້າມີຄົນມາຈີບຫຼື ເຂົ້າມາເບິ່ງເຮົາຍາມທີ່ເຮົາອ່ອນແອ,ກໍ່ຢ່າປະຕິເສດຫຍັງ, ກະເບິ່ງໆໄປໃນໄລຍະຍາວ. ບາງທີຄົນດີໆກະອາດຈະຢູ່ໄກ້ໂຕເຮົາເອງ, ຢ່າປ່ອຍໃຫ້ສິ່ງດີໆຜ່ານໄປເລີຍ.
7. ຫ້າມເຮັດປະຊົດໂດຍການເອົາເລື່ອງທີ່ຈົບນັ້ນອອກມາວິຈານ : ບາງຄົນຮັກຈົບລົງ,ແຕ່ໂຕເອງຍັງບໍ່ຍອມຈົບ, ເອົາເລື່ອງຂອງອີກຝ່າຍມາວິຈານຄື ເຂົາເປັນຄົນແນວນັ້ນແນວນີ້, ຂ້ອຍເຄີຍມີີຫຍັງກັບລາວແລ້ວ, ລາວເປັນຄົນບໍ່ດີ… ຫ້າມເລີຍເດີ້, ໂຈມຕີກັນໄປ ໂຈມຕີກັນມາ ແບບນີ້ບໍ່ດີ, ອົກຫັກກະເຈັບພໍແລ້ວຍັງຈະມາສ້າງສັດຕູອີກແບບນີ້ຢ່າເຮັດເລີຍ, ຈົບແລ້ວກະໃຫ້ຈົບກັນໄປ.
8. ຫ້າມຟັງເພັງເສົ້າ, ຫຼື ເພັງທີ່ເຄີຍຟັງຮ່ວມກັນ : ຖ້າຢາກລືມໄວ ຢ່າເຮັດໃນສິ່ງທີ່ເຮັດໃຫ້ຈິດໃຈເປັນທຸກ, ຖ້າຈະມາຟັງເພັງແບບນັ້ນ ພໍດີທຳໃຈບໍ່ໄດ້ຈັກເທຶ່ອ. ຄວນຟັງເພັງແນວໃຫ້ກຳລັງໃຈຈະດີກວ່າ.
9. ຫ້າມໂທດໃຜ : ຢ່າມານັ່ງໂທດມືທີສາມ, ນັ່ງໂທດໂຕເອງ,ນັ່ງໂທດແຟນໂຕເອງດ ໂທດໂຊກຊາຕາ.. ໃຫ້ເສຍເວລາ ເພາະມັນບໍ່ມີຫຍັງດີຂື້ນ, ມານັ່ງຄິດຫຼາຍແບບນັ້ນແຮ່ງເຮັດໃຫ້ເຈັບຫົວ, ເຮັດໃຫ້ໂຕເອງໂຊມລ້າໆ ຄວນປ່ອຍມັນໄປຕາມການເວລາຈະດີກວ່າ.
10. ຫ້າມຈົມຢູ່ກັບອະດີດ : ອັນສຸດທ້າຍນີ້, ແມ່ນຫຍັງທີ່ຜ່ານມາຢ່າກັບມາຄິດ,ຢ່າເກັບມາໃສ່ໃຈ ເພາະມັນບໍ່ມີປະໂຫຍດ, ອະດີດກໍ່ຄືອະດີດເອົາກັບຄືນມາແກ້ໄຂບໍ່ໄດ້ດອກ, ຄວນຢູ່ກັບປະຈຸບັນໃຫ້ດີທີ່ສຸດ.
ຫວັງວ່າ 10 ຂໍ້ໄດ້ແນະນຳມາຂ້າງເທີງນັ້ນ ຈະເປັນປະໂຫຍກ ຜູ້ທີ່ໄດ້ອ່ານ ແລະ ບໍ່ຮູ້ຈະຮັບມືແນວໃດ ຖ້າໃຜມີວິທີເຮັດໄດ້ ກໍດີ ຖ້າໃຜບໍ່ມີກໍລອງໄປເຮັດເບີ່ງ ເມື່ອພົບເວລາແບບນັ້ນ.