10 ສາເຫດທີ່ເຮັດໃຫ້ຄູ່ຮັກສ່ວນໃຫ່ຍ ເລີກກັນຫຼາຍທີ່ສຸດ (ນີ້ແມ່ນຕົ້ນເຫດ ບໍ່ກ່ຽວກັບປັດໃຈພາຍນອກ ແລະ ມືທີສາມທີ່ເຂົ້າມາ, ອັນນີ້ຄືເກີດຈາກຄວາມສຳພັນຂອງສອງຄົນລ້ວນໆ ).
ເວລາເລີກກັບແຟນມັກຕັ້ງຄຳຖາມວ່າໂຕເອງຜິດຫຍັງ, ເຂົາບໍ່ດີບ່ອນໃດ? ບາງຄົນກະໂທດໂຕເອງ, ບາງຄົນກະໂທດອີກຝາຍ ແລ້ວຈະມີຈັກຄົນບໍ່ທີ່ກັບໄປຄິດວ່າເຮົາເຮັດຫຍັງຜ່ານມາແນ່ ທີ່ເລີ່ມຈາກເປັນຕົ້ນເຫດ ລອງມາເບິ່ງສາເຫດສ່ວນໃຫ່ຍທີ່ເຮັດໃຫ້ເລີກກັນ ມັນຈະມີປະໂຫຍດຫຼາຍຕໍ່ຄົນທີີກຳລັງຄົບກັນຢູ່, ເພາະເຮົາຮູ້ກ່ອນສາມາດຫຼີກລ່ຽງເພຶ່ອບໍ່ໄດ້ກ້າວໄປຫາການເລີກກັນໄດ້, ມາເບິ່ງວ່າ 10 ສາເຫດນັ້ນມີຫຍັງແນ່:
1. ເອົາແຕ່ໃຈໂຕເອງ : ທຸກຄົນສ່ວນໃຫ່ຍມັກເອົາແຕ່ໃຈຕົນເອງຢູ່ແລ້ວ, ພຽງແຕ່ວ່າໃຜຈະເອົາແຕ່ໃຈໂຕເອງ ໜ້ອຍ ຫຼື ຫຼາຍຊ່ຳໃດ, ບາງຄົນຄິດວ່າໂຕເອງເອົາແຕ່ໃຈໂຕເອງໜ້ອຍ, ໂດຍທີ່ບໍ່ຮູ້ໂຕວ່າຫຼາຍ ນີ້ອັນຕະລາຍ ການເອົາແຕ່ໃຈໂຕເອງຝ່າຍໃດຝ່າຍໜຶ່ງຫຼາຍເກີນໄປກະຈະເຮັດໃຫ້ເກີດຄວາມບໍ່ລົງໂຕກັນໄດ້.
2. ຫຶງເກີນໄປ : ເປັນແຟນກັນຄົງຈະຫ້າມບໍ່ໃຫ້ຫຶງນິຍາກ. ແຕ່ຊິຫຶງກະຄວນມີຂອບເຂດ, ບໍ່ຫຼາຍຈົນເກີນໄປ,ບໍ່ແມ່ນວ່າຈະມາໂທນຳ, ແຊັດຫາຕະຫຼອດຈົນເຮັດໃຫ້ອີກຝ່າຍບໍ່ພໍໃຈ.
3. ຂີ້ຕົວະ : ອັນນີ້ສຳຄັນເລີຍ, ເປັນແຟນກັນຕ້ອງໄວ້ໃຈກັນ. ແຕ່ຄັນໄດ້ຕົວະກັນບາດໜຶ່ງແລ້ວ, ຖ້າອີກຝ່າຍຮູ້ຈະເຮັດໃຫ້ບໍ່ພໍໃຈ ແລະ ເກີດຄວາມບໍ່ໄວ້ໃຈກັນໄປເລີຍ.
4. ນັດບໍ່ເປັນນັດ : ເບິ່ງຄືບັນຫາເລັກນ້ອຍ, ແຕ່ບັນຫານີ້ມັນກໍ່ສາມາດທຳລາຍຄວາມຮູ້ສຶກອີກຝ່າຍໄດ້ ຄືສົມມຸດວ່ານັດກັນໄປໃສຈັກຢ່າງ, ຝ່າຍໜຶ່ງກຽມພ້ອມ ຕັ້ງໜ້າຕັ້ງຕາລໍຄອຍຖ້າໃຫ້ເຫັນໜ້າກັນ, ບາດແລ້ວໂທມາບອກວ່າຄາລອງຄິດເບິ່ງເຖິງຄວາມຮູ້ສຶກຕອນນັ້ນເປັນແນວໃດ ?
5. ບໍ່ພໍໃຈຫຍັງ ແລ້ວມິດໄປເລີຍ : ໂຕນີ້ຢາກບອກວ່າ ຫຼາຍໆຄົນເຈິມາແລ້ວ, ອາດຈະວ່າເປັນສາເຫດຫຼັກເລີຍ, ເພາະວ່າເວລາຜິດຫຍັງກັນ ຫຼື ບໍ່ເຂົ້າໃຈກັນ, ຖ້າຫາກບໍ່ຍອມເວົ້າ ກໍ່ຈະຍາກຕໍ່ການປັບຄວາມເຂົ້າໃຈກັນ, ມິດໃຜມິດມັນແລ້ວຄວາມຮູ້ສຶກກະເລິ່ມໝົດໄປ, ແນະນຳໃຫ້ເປີດໃຈລົມກັນຈະດີກວ່າ.
6. ເຊຶ່ອໝູ່ຫຼາຍເກີນໄປ : ບາງຄັ້ງກະຄວນຟັງເຫດຜົນທາງສອງຝ່າຍຈະດີກວ່າ, ເພາະບາງຄັ້ງໝູ່ເຮົາມັນກໍ່ບໍ່ພໍໃຈ ຈາກທີ່ເຮົາເຄີຍໄປນຳກັນຕະຫຼອດ ດຽວນີ້ຊວນໄປໃສກະມີແຕ່ວ່າຄາໄປກັບແຟນ.
7. ບອກເລີກທຸກຄັ້ງທີ່ຜິດກັນ : ເຄີຍເຫັນຫຼາຍໆຄົນ, ຜິດຫັຍງກັນໜ້ອຍໜຶ່ງກະວ່າເລີກກັນ, ລະກະຊວນໝູ່ໄປເມົາເຮຮາ ເຮັດປະຊົດ ເພຶ່ອໃຫ້ຄົນຮັກນັ້ນນຳມາງໍ້ ລະວັງຈະເຈິຕອນທີ່ເຂົາບໍ່ຜິດ ແລະ ບໍ່ງໍ້ກະແລ້ວກັນ. ໄດ້ອົກຫັກສົມໃຈແທ້.
8. ສະແດງຄວາມເປັນເຈົ້າຂອງຫຼາຍເກີນໄປ : ແມ່ນຢູ່ວ່າເປັນເຈົ້າຂອງເຊິ່ງກັນແລະກັນ, ແຕ່ກໍ່ບໍ່ຄວນເຮັດຈົນເວີ້ເກີນໄປເຊັ່ນ: ໄປໃສໄປນຳ, ເຂົາໄປລົມວຽກນຳໝູ່ກະໄປຕິດໄປນັ່ງນຳ, ໄປບອກຄົນນັ້ນຄົນນີ້ວ່າ ຄົນນີ້ແຟນຂ້ອຍໂດຍບໍ່ໃຫ້ອີກຝ່າຍໄດ້ມີເວລາເປັນການສ່ວນໂຕເລີຍ ອັນນີ້ກະໃຫ້ລະວັງ.
9. ມີແຟນແລ້ວຍັງໄປຢອກ ໄປກວນຄົນອຶ່ນຢູ່ ຖືວ່າເປັນການບໍ່ໃຫ້ກຽດຕົນ, ແມ່ນຢູ່ວ່າເປັນຄົນຂີ້ຢອກ, ແຕ່ຄວນຢອກໃຫ້ຢູ່ໃນຂອບເຂດ ຖ້າໄປຢອກໄປກວນເຮັດຄືຜູ້ບ່າວກວນກັນ ຈີບກັນຢຸ່ນິ ອາດຈະເຮັດໃຫ້ອີກຝ່າຍບໍ່ພໍໃຈໄດ້. ສະນັ້ນ ຄວນຢູ່ໃນຂອບເຂດ.
10. ຢອກແຮງເກີນຕໍ່ໜ້າຄົນອຶ່ນ : ຄືຈະຕົກໃນກໍລະນີທີ່ບາງຄົນ ເອົາຈຸດດ້ອຍຂອງແຟນມາເວົ້າ, ກະຊິຢອກໃຫ້ໝູ່ຫົວ, ເພຶ່ອຈະອຳກັນຫຼິ້ນໆ ແຕ່ບາງຄົນນີ້ຫຼິ້ນແຮງເກີນ ແລະ ເຮັດໃຫ້ອີກຝ່າຍບໍ່ພໍໃຈໄດ້ ສະນັ້ນ ກະລະວັງຈຸດນີ້ໄວ້ແນ່ກະແລ້ວກັນ.
ທັງ 10 ຂໍ້ທີ່ໄດ້ກ່າວມານັ້ນເປັນພຽງສາເຫດສ່ວນໃຫ່ຍ ທີ່ເລີ່ມຈາກເລຶ່ອງເລັກໆນ້ອຍໆ ທີ່ເກີດຈາກຄົນສອງຄົນ ອັນເປັນສາເຫດທີ່ນຳພາໃຫ້ກາຍເປັນເລຶ່ອງລາວທີ່ເຮັດໃຫ້ເລີກກັນໄດ້ ໃຜທີ່ເລີກໄປແລ້ວກໍ່ທຳໃຈຍອມຮັບຄວາມຈິງ ແລະ ເລິ່ມຕົ້ນໃໝ່ ໃຜທີ່ບໍ່ທັນເລີກກະຮຽນຮູ້ສາເຫດ ແລະ ວິທີປ້ອງກັນໄວ້ໄດ້.