ສາວໆຄົນໃດຢາກຈີບຜູ້ບ່າວ ເຮັດຕາມວິທີນີ້ເລີຍ ຮັບຮອງວ່າບໍ່ພາດແນ່ນອນ
ເຊຶ່ອວ່າສາວໆ ຫຼາຍຄົນເຄີຍມີໂມເມັ້ນທີ່ວ່າເຈິຜູ້ບ່າວຖືກໃຈ ແລ້ວຢາກເຂົ້າໄປຈີບ ແຕ່ບໍ່ກ້າ.. ຍຸກນີ້ແລ້ວ, ຜູ້ຍິງຈີບຜູ້ຊາຍບໍ່ເປັນເລຶ່ອງແປກ, ແຕ່ຈະຈີບແນວໃດລະ ? ມີວິທີດີໆມາບອກ.
1. ຖືກໃຈຜູ້ບ່າວຄົນໃດ ຍິ້ມໃຫ້ກ່ອນເລີຍ : ເປັນເຄັດລັບເດັດໆຂັ້ນພຶ້ນຖານ, ຖືກໃຈຜູ້ໃດເວລາເຈິໜ້າໃຫ້ຍິ້ມໃສ່ກ່ອນເລີຍ, ການຍີ້ມໃສ່ເປັນພຶ້້ນຖານໃນການເລີ່ມຕົ້ນດີໆ.
2. ຢ່າເມົາແຕ່ອາຍ ຈົນເຮັດໃຫ້ອີກຝ່າຍເບິ່ງຄືເຮົາຫຍິ່ງ. ຜູ້ຍິງບາງຄົນຈະມີນິໃສສ່ວນໂຕທີ່ວ່າ ທາງໃນໃຈນັ້ນຢາກຈະເຂົ້າໄປລົມ ເຂົ້າໄປທັກ, ຫົວໃຈເຕັ້ນແຮງຕຸ໊ບໆ, ຮໍໂມໄຫຼຈົນວຸ້ນວາຍໝົດໂຕລະ, ແຕ່ຂ້າງນອກນັ້ນເຮັດເປັນເຢັນຊາ,ບໍ່ໃຫ້ເຂົາເບິ່ງວ່າບ້າຜູ້ຊາຍ… ເຮັດເປັນສະງ່ຽມຄ່ຽມຄົມ.. ແຕ່ຮູ້ບໍ່ ? ບາງທີການເຮັດແນວນັ້ນຖືກຊ່ວງທີ່ເຂົາເຂົ້າມາ, ໃນສາຍຕາເຂົານັ້ນເຫັນເຮົາໂຕແຂງ,ເສີຍຊາ, ຍິ່ງ…ແບບນີ້ກໍ່ຍາກເລີຍທີ່ເຂົາຈະກ້າເຂົ້າມາຫາ.
3. ໃຊ້ສາຍຕາໃຫ້ເປັນ : ມີຕຳລາທີ່ບອກວ່າ ສາຍຕາເປັນປະຕູສູ່ຫົວໃຈ. ດັ່ງນັ້ນ ສາວໆຄວນຮູ້ໃຊ້ສາຍຕາໂຕເອງໃຫ້ເປັນ. ເຮັດເປັນສົ່ງສາຍຕາໃຫ້ເຂົາເປັນບາງຄັ້ງ..ແຕ່ບໍ່ຄວນຈ້ອງດົນຄືຈະກືນກິນເຂົາ. ຄວນໃຊ້ພໍດີພໍເໝາະ ເຮັດໃຫ້ເຂົາຮູ້ວ່າເຮົາລັກແນມເບິ່ງເຂົາ.
4. ສ້າງຄວາມຮູ້ຈັກ : ຫຼັງຈາກຍິ້ມໃຫ້,ສົ່ງສາຍຕາໃຫ້, ວາງບຸກຂະລິກແລ້ວ.. ກໍ່ຮອດເວລາທີ່ເຮົາຈະເລີ່ມທຳຄວາມຮູ້ຈັກ. ກໍ່ຄືທັກທາຍ. ເລິ່ມຈາກຫາເລຶ່ອງລົມ. ກໍລະນີບໍ່ໄດ້ເປັນໝູ່ກັນທາງໂລກອອນລາຍ ກະເຈິໜ້າເຂົາ 3-4 ເທຶ່ອແລ້ວກໍ່ທັກໄປວ່າ..ເອົ້າສະບາຍດີ, ຮູ້ສຶກໜ້າຄຸ້ນໆ, ຮູ້ສຶກເຈິກັນອີກແລ້ວ,… ອີ່ຫຍັງກະວ່າກັນໄປ.. ແລ້ວກໍ່ຊວນລົມ. ຖ້າເປັນໝູ່ກັນທາງໂລກອອນລາຍນີ້ ແຫ່ງຄັກ.. ທັກທາຍອິນບອ໋ກໄປເລີຍ.
5. ເຮັດໂຕລຶກລັບໃນບາງເລຶ່ອງ : ຫຼັງຈາກທັກໄປແລ້ວ,ບໍ່ແມ່ນວ່າຈະຮີບເຂົ້າໄປຫາ ລຸຍຈີບໂລດ.. ບາງທີກໍ່ຄວນມີບຸກຂະລິກທີ່ງຽບໆ ແນ່,ເຮັດໃຫ້ໂຕເອງເບິ່ງຄືເປັນຄົນລຶກລັບ ໜ້າຄົ້ນຫາ, ເຮັດໃຫ້ເຂົາຢາກມາຄົ້ນຫາ. ເພາະບາງຄັ້ງຜູ້ຊາຍເມຶ່ອຮູ້ຈັກແລ້ວ ເຂົາກະລອງຢາກຄົ້ນຫາເຮົາຄືກັນ.
6. ເກັບລາຍລະອຽດ ແລ້ວຮຽນຮູ້ການເອົາໃຈໃຫ້ເປັນ : ຫຼັງຈາກໄດ້ທັກ, ໄດ້ລົມໄປແລ້ວ ກໍ່ຄວນສຶກສາ ແລະ ເກັບລາຍລະອຽດ. ລອງເບິ່ງວ່າເຂົາມັກຫຍັງ, ມັກໄປໃສ, ມັກສະໄຕສ໌ ໃດ..ເມຶ່ອມີລາຍລະອຽດຄົບແລ້ວ ກໍ່ຄວນຊອກຫາຂໍ້ມູນດ້ານນັ້ນມາສົນທະນາ. ແລ້ວເລິ່ມເອົາໃຈໃຫ້ເປັນ… ຮັບຮອງ ລົມກັນໄປໄດ້ໄກແທ້.
7. ຮຽນເປັນຜູ້ຟັງ ແລະ ໃຫ້ກຳລັງໃຈທີ່ດີ : ເມຶ່ອຄວາມສຳພັນມາຮອດຂັ້ນໜຶ່ງແລ້ວ, ຮອດເວລາທີ່ເຈົ້າຄວນສະແດງຄວາມຈິງໃຈອອກມາ, ໂດຍການຮັບຟັງເລຶ່ອງຂອງເຂົາ, ໃຫ້ກຳລັງໃຈເຂົາໃນຍາມມີບັນຫາ.
8. ອອກເດດຄັ້ງທຳອິດ : ເມຶ່ອເລີ່ມລຶ້ງກັນໄປໄລຍະໜຶ່ງແລ້ວ, ກໍ່ຮອດເວລາທີ່ອອກເດດໄປນຳກັນ ເຊັ່ນ: ກິນເຂົ້າ, ເບິ່ງໜັງ ຟັງເພັງ… ການສ້າງຄວາມປະທັບໃຈໃນການອອກເດດຄັ້ງທຳອິດນັ້ນສຳຄັນ,ເຊັ່ນວ່າ ການແຕ່ງໂຕໃຫ້ໜ້າຮັກ,ແລະ ພິເສດກວ່າທຸກໆມື້.. ທີ່ສຳຄັນຢ່ານຸ່ງໂປ້ຈົນເກີນໄປ.. ຖືໂອກາດເດດຄັ້ງທຳອິດນີ້ເປັນໂອກາດທີ່ໄດ້ຮຽນຮູ້ຈັກກັນຫຼາຍຂື້ນກວ່າເກົ່າ.
9. ຢ່າສະແດງຄວາມເປັນເຈົ້າຂອງຫຼາຍເກີນໄປ : ຫາກະລົມກັນ, ຫາກະຮູ້ຈັກກັນ ຢ່າຟ້າວສະແດງອາການຫຶງເຂົາອອກມາ, ອັນນັ້ນໄວ້ຍາມທີ່ເປັນແຟນກັນສາກ່ອນ. ຄວນໃຫ້ພໍດີພໍເໝາະ. ບໍ່ແມ່ນເຫັນເຂົາໄປຫຼິ້ນ ກະຊິໂທນຳ ຖາມວ່າຢູ່ກັບໃຜ ຈັ່ງໃດ ຢູ່ຫັ້ນ.
10. ບອກຄວາມໃນໃຈ : ຫຼັງຈາກຮຽນຮູ້ກັນມາຫຼາຍເຕີບແລ້ວ, ສະພາບແວດລ້ອມອ້ອມຂ້າງເໝາະສົມ, ເມຶ່ອໝັນໃຈແລ້ວ ມັນກໍ່ຮອດເວລາທີ່ເຮົາຄວນບອກໄປ ຫາໂອກາດ ແລະ ເວລາທີ່ເໝາະສົມ ໄປນັ່ງຫຼິ້ນນຳເຂົາ, ຫາໂອກາດທີ່ຢູ່ກັບເຂົາສອງຄົນ ແລ້ວບອກອອກໄປ. ຫຼື ບໍ່ກ້າແທ້ໆກໍ່ສົ່ງຂໍ້ຄວາມໄປຫາລາວ ແລະ ບອກຄວາມໃນໃຈ.. ແຕ່ຄວນເວົ້າພໍດີພໍເໝາະ.
ສາວໆຄົນໃດຢາກລອງເລືອກຂໍ້ໃດໜື່ງໄປນຳໃຊ້ໄດ້ຫຼືຫຼາຍຂໍ້ກໍໄດ້ ຂໍໃຫ້ສາວຈົ່ງສົມຫວັງໃນຄວາມຮັກເດີ້.