ສັນຍາ ນ້ຳມັນດິບ ລ່ວງໜ້າ ລາຄານ້ຳມັນ ປັບຕົວເພີ່ມຂຶ້ນ 62 ເຊັນ ຫລື 1,18% !!

ຂປລ.ສັນຍາ ນ້ຳມັນດິບ ລ່ວງໜ້າ ເວສເທັກຊັດສ ປິດຕະຫລາດ ໃນວັນທີ 19ມັງກອນນີ້ ປັບຕົວເພີ່ມຂຶ້ນ 62 ເຊັນ ຫລື 1,18% ປິດທີ່ລາຄາ 52,98 ໂດລາ ສະຫະ ລັດຕໍ່ຖັງ.

ສ່ວນສັນຍາ ນ້ຳມັນດິບ ເບຣນ ສົ່ງມອບ ເດືອນມີນາ ປັບຕົວຂຶ້ນ 1,15 ໂດລາ ຫລື 2,1% ປິດທີ່ລາຄາ 55,90 ໂດລາ ສະຫະລັດ ຕໍ່ຖັງ ເພື່ອຮັບ ມາດຕະການ ກະຕຸ້ນ ເສດ ຖະກິດ ສ.ອາເມລິກາ ຮອບໃໝ່ ໃນການທົດແທນ ຜົນກະທົບ ຂອງໂຄວິດ-19.

ຂະນະທີ່ ທ່ານ ເຈເນັດ ເຢລເລນ, ວ່າທີ່ ລັດຖະມົນຕີ ການເງິນ ຄົນໃໝ່ ສ.ອາເມລິກາ ຮຽກຮ້ອງໃຫ້ສະພາ ຄອງເກຣສ ອະນຸມັດ ມາດຕະການ ກະຕຸ້ນ ເສດຖະກິດ ດ້ວຍວົງເງິນ 1,9 ພັນຕື້ ໂດລາ ສະຫະລັດ
ຮຽບຮຽງຂ່າວໂດຍ ສະໄຫວ.