ເຂີຍໄທ -ໄພ້ລາວ “ສຸດາ ວັນທອງທິບ” ເນັດໄອດໍ້ສາຍຮາ ສະຫຼະໂສດແລ້ວ
ສຳລັບເນັດໄອດໍ້ສາວຊື່ດັງ ສາຍຮາ “ສຸດາ ວັນທອງທິບ” ເຊື້ອວ່າເປັນທີ່ຮູ້ຈັກຂອງຫຼາຍໆຄົນເລີຍກໍວ່າໄດ້ ທີ່ໄດ້ຕັດສິນໃຈສະຫຼະຄວາມໂສດ ກັບແຟນໜຸ່ມ ໂບນັດ (ບ່າວໄທ) ທີ່ຄອງໃຈສາວສຸດາ ຄົບຫາກັນໃນຖານະຄົນຮູ້ໃຈມາດົນເຖິງ 8 ປີ ນັ້ນເອງ… ເຊິ່ງທັງສອງກໍໄດ້ອອກມາປະກາດຕໍ່ໜ້າສື່ມວນຊົນກ່ອນໜ້ານີ້ແລ້ວວ່າ ທັງສອງໄດ້ຜ່ານຮ້ອນຜ່ານໜາວ, ຜ່ານສຸກຜ່ານທຸກ ມານໍາກັນຫຼາຍແລ້ວ ຕອນນີ້ບົດພິສູດຄວາມຮັກໄດ້ຈົບລົງ ຕ່າງຝ່າຍຮູ້ສຶກຍິນດີທີ່ຈະໃຊ້ຊີວິດຄູ່ຮ່ວມກັນ ຈຶ່ງໄດ້ຕັດສິນໃຈຕີລະຄັງເຂົ້າສູ່ປະຕູວິວາ ທີ່ຈະຈັດຂຶ້ນໃນວັນທີ 2 ພະຈິກ 2019 ນີ້. ເມື່ອຮູ້ຂ່າວແລ້ວແຟນຄັບຂອງ ສາວສຸດາ ຕ່າງກໍເຂົ້າມາອວຍພອນ ແລະ ສະແດງຄວາມຍິນດີຢ່າງຫຼວງຫຼາຍ… ລວມທັງແອັດເອງກໍຝາກໂພສນີ້ຂໍສະແດງຄວາມຍິນດີກັບ ສາວສຸດາ ຫຼາຍໆເດີ້!!! (ເຄີຍຮ່ວມງານນໍາ ຮູ້ສຶກຕົກຂຸມຮັກນາງແຮງ) ຂໍໃຫ້ເປັນຄູ່ຮັກ ແລະ ຄົນຮັກທີ່ສົມບູນແບບ, ເປັນຄົນທີ່ມີຄ່າຂອງກັນ ແລະກັນຈົນຊົ່ວຟ້າດິນສະຫຼາຍ.
ລ່າສຸດ!! ມື້ນີ້ 2 /11/2019 ເພີ່ນກໍໄດ້ຈູງແຂນກັນເຂົ້າສູ່ປະຕູວິວາເປັນທີ່ຮຽບຮ້ອຍກັນແລ້ວ ເຊິ່ງບັນຍາກາດພາຍໃນງານຕອນເຊົ້າເຕັມໄປດ້ວຍຄວາມອົບອຸ່ນ ແລະ ມີບັນຫາໝູ່ຄູ່ຄົນບັນເທີງໄດ້ເຂົ້າຮ່ວມສະແດງຄວາມຍິນດີນຳຢ່າງຫຼວງຫຼາຍ ແນວໃດກໍ່ຕາມ ທາງທີມງານຂອງພວກເຮົາຂໍສະແດງຄວາມຍິນດີນຳທັງສອງເດີ່ຂໍໃຫ້ຮັກກັນຕະຫຼອດໄປ.
ຂໍຂອບໃຈຮູບພາບງາມໆຈາກເຈົ້າຂອງຮູບພາບ.