ລັດຖະບານ ມອບພາຫະນະ (ລົດຈັກ) ຮັບໃຊ້ວຽກງານຄຸ້ມຄອງພົນລະເມືອງໃຫ້ ແຂວງອັດຕະປື 6 ຄັນ
ໃນວັນທີ 26 ທັນວາ 2020 ນີ້ລັດຖະບານ ກໍ່ຄືກະຊວງພາຍໃນ ໄດ້ມອບພາຫະນະປະເພດລົດຈັດຈໍານວນ 6 ຄັນ,ມູນຄ່າ 108 ລ້ານກວ່າກີບ,ໃຫ້ແຂວງອັດຕະປື ເພື່ອນໍາໃຊ້ພາຫະນະດັ່ງກ່າວເຂົ້າໃນວຽກງານຄຸ້ມຄອງພົນລະເມືອງພາຍໃນແຂວງ ໂດຍສະເພາະວຽກງານຈົດຖະບຽນ ແລະ ສະຖິຕິພົນລະເມືອງ,ໃນນີ້ໄດ້ມອບໃຫ້ຂະແໜງຄຸ້ມຄອງພົນລະເມືອງພະແນກພາຍໃນແຂວງອັດຕະປື ຈໍານວນ 1ຄັນ ແລະ ມອບໃຫ້ໜ່ວຍງານຄຸ້ມຄອງພົນລະເມືອງ 5 ຕົວເມືອງພາຍໃນແຂວງອີກ ເມືອງລະ 1 ຄັນ.
ພິທີມອບ-ຮັບພາຫະນະດັ່ງກ່າວໄດ້ຈັດຂື້ນທີ່ຫ້ອງວ່າການປົກຄອງ ແຂວງອັດຕະປື,ກ່າວມອບໂດຍ ທ່ານ ວັນດີ ຈັນທະລິເດດ ຮອງຫົວໜ້າກົມຄຸ້ມຄອງພົນລະເມືອງ ກະຊວງພາຍໃນ ແລະ ກ່າວຮັບໂດຍ ທ່ານ ບຸນທະມະລີ ໝັ້ນອານົງ ຫົວໜ້າພະແນກພາຍໃນ ແຂວງອັດຕະປື,ໂດຍຊ້ອງໜ້າພາກສ່ວນທີ່ກ່ຽວຂ້ອງເປັນສັກຂີພິຍານ.
ທ່ານ ວັນດີ ຈັນທະລິເດດ ຮອງຫົວຫນ້າກົມຄຸ້ມຄອງພົນລະເມືອງ ກະຊວງພາຍໃນ ໄດ້ກ່າວມີຄຳເຫັນໃນການມອບ-ຮັບລົດຈັກຄັ້ງນີ້ວ່າ: ພາຫະນະລົດຈັກທີ່ກະຊວງພາຍໃນມອບໃຫ້ແຂວງອັດຕະປື ຄັ້ງນີ້ກໍ່ເພື່ອແນໃສ່ອຳນວຍຄວາມສະດວກໃຫ້ແກ່ຂັ້ນທ້ອງຖິ່ນໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໂຄງການຈົດທະບຽນ ແລະ ສະຖິຕິພົນລະເມືອງ ວຽກງານຄຸ້ມຄອງພົນລະເມືອງໃຫ້ມີຄຸນນະພາບ ບັນລຸໄດ້ຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້ ສະນັ້ນລັດຖະບານຈື່ງໄດ້ອອກອະນຸມັດໃຫ້ກະຊວງພາຍໃນເປັນຜູ້ຈັດຊື້,ເຊິ່ງທົ່ວປະເທດມີທັງໝົດຈຳນວນ 168 ຄັນ,ດ້ວຍທືນກູ້ຢືມຈາກທະນາຄານໂລກ ເພື່ອມອບໃຫ້ຂະແໜງຄຸ້ມຄອງພົນລະເມືອງຢູ່ແຂວງ ແລະເມືອງໃນທົ່ວປະເທດ,ສຳລັບແຂວງອັດຕະປື ມີຈຳນວນ 6ຄັນ,ມູນຄ່າ 108 ລ້ານກວ່າກີບ.
ໂອກາດດັ່ງກ່າວທ່ານ ບຸນທະມາລີ ໝັ້ນອານົງ ຫົວໜ້າພະແນກພາຍໃນແຂວງອັດຕະປື, ໄດ້ກ່າວສະແດງຄວາມຂອບໃຈມາຍັງລັດຖະບານ ກໍ່ຄືກະຊວງພາຍໃນ ທີ່ໄດ້ສະໜອງພາຫະນະຮັບໃຊ້ ໃຫ້ທ້ອງຖິ່ນ ເພື່ອຮັບໃຊ້ວຽກງານຄຸ້ມຄອງພົນລະເມືອງພາຍໃນແຂວງອັດຕະປື ແລະ ໃຫ້ຄໍາໝັ້ນສັນຍາວ່າຈະນໍາໃຊ້ພາຫະນະດັ່ງກ່າວນີ້ໃຫ້ເກີດປະໂຫຍດສູງສຸດ.
Attapeumedia
ຂ່າວ: ສິດຕິພອນ ສຸວັນນະວົງ