ຢ່າເຮັດໃຫ້ຜູ້ຍິງຕ້ອງໝົດໃຈ ຕໍ່ໃຫ້ງໍ້ຈັງໃດເຂົາອາດຈະບໍ່ກັບຄືນມາຫາ
ຜູ້ຊາຍອ່ານແລ້ວຈື່ໄວ້ໃຫ້ໄດ້ເລີຍ ວ່າຕອນທີ່ເຈົ້າຍັງມີໂອກາດຢູ່ກໍ່ຈົ່ງຮັກສາໂອກາດເອົາໄວ້
ໂອກາດທີ່ຈະໄດ້ຮັກ ໄດ້ເບິ່ງແຍງຜູ້ຍິງຄົນໜຶ່ງ ທີ່ເຈົ້າຄິດວ່າເຈົ້າຮັກເຂົາຫຼາຍ ຢ່າຄິດທີ່ຈະລະເລີຍ ຫຼື ເຮັດເປັນບໍ່ສົນໃຈ
ຢ່າລືມເດີ່ວ່າ ຫາເຈົ້າເຮັດແບບນັ້ນຄວາມຮັກຂອງເຂົາທີ່ມີຕໍ່ເຈົ້າ ອາດຈະລົດນ້ອຍລົງໄປທຸກວັນ
ການທີ່ຜູ້ຍິງຄົນໜຶ່ງຈະໝົດໃຈຈາກຄົນທີ່ເຂົາຮັກນັ້ນ ມັນຕ້ອງໃຊ້ເວລາພໍສົມຄວນ
ແຕ່ເມື່ອໃດກໍ່ຕາມ ທີ່ພວກເຂົາຮູ້ວ່າ ເລີ່ມຈະໝົດຄວາມອົດທົນກັບເຈົ້າ ເມື່ອນັ້ນກໍ່ຈົ່ງລະວັງເອົາໄວ້ໃຫ້ດີເລີຍ
ເພາະພວກເຂົາອາດຈະຮູ້ສຶກກັບເຈົ້າແບບບໍ່ຄືເກົ່າອີກຕໍ່ໄປ ໃນຕອນທີ່ເຈົ້າຍັງມີໂອກາດເບິ່ງແຍງ ແລະ ຮັກສາພວກເຂົາ ກໍ່ຈົ່ງເຮັດໃຫ້ດີທີ່ສຸດ
ຢ່າມາຄິດໄດ້ໃນຕອນທີ່ສາຍເກີນໄປ ເພາະຕໍ່ໃຫ້ເຈົ້າງໍ້ໃຫ້ຕາຍຈັ່ງໃດ ພວກເຂົາກໍ່ບໍ່ມີວັນກັບມາຫາເຈົ້າ