ຢູ່ກັບຄົນທີ່ເຂົາຢາກມີເຮົາດີກວ່າ ຊີວິດຈື່ງຈະມີຄວາມສຸກ
ການໄປຢູ່ກັບຄົນທີ່ເຂົາບໍ່ໄດ້ຕ້ອງການເຮົາ ມັນກໍ່ຄືກັບວ່າ ເຮົາບໍ່ມີຄ່າໃນສາຍຕາເຂົາ ຄືກັບວ່າເຮົາຢູ່ຜິດບ່ອນຜິດເວລາ ຖ້າເຮົາຢາກຈະມີຄວາມສຸກໃນຊີວິດ
ເຮົາກໍ່ຄວນເລືອກທີ່ຈະຢູ່ກັບຄົນທີ່ເຂົາຢາກມີເຮົາຈະດີກວ່າ ບໍ່ແມ່ນໄປຢູ່ກັບຄົນທີ່ເຂົາບໍ່ຕ້ອງການເຮົາ
ເພາະຄົນທີ່ເຂົາຢາກມີເຮົາ ເຂົາເບິ່ງເຫັນຄຸນຄ່າໃນຕົວເຮົາ ແຕ່ຄົນທີ່ບໍ່ເຫັນນັ້ນເຂົາເບິ່ງວ່າເຮົານ່າລຳຄານ
ເພາະສະນັ້ນຢ່າພາຕົວເອງໄປຢູ່ໃນຈູດທີ່ບໍ່ຄວນຈະຢູ່ເລີຍ ເພາະນອກຈາກຈະບໍ່ໄດ້ຊ່ວຍຫຍັງໃຫ້ດີຂື້ນມາແລ້ວ ມັນຍັງຊ້ຳເຕີມຊີວິເຮົາອີກໄປເລື້ອຍໆ
ຢູ່ກັບຄົນທີ່ເຂົາເຮັດໃຫ້ເຮົາມີຄວາມສຸກ ຢູ່ນຳແລ້ວສະບາຍໃຈ ຢູ່ກັບຄົນທີ່ເຫັນຄຸນຄ່າຂອງເຮົາ ບໍ່ເບິ່ງຂ້າມເຮົາໄປ
ຢ່າງນ້ອຍມັນກໍ່ເຮັດໃຫ້ເຮົາຮູ້ສຶກວ່າເຮົາມີຄ່າໃນສາຍຕາຂອງເຂົາ ດີກວ່າໄປເປັນສິ່ງທີ່ນ່າລຳຄານໃນຊີວິດຂອງເຂົາ ທີ່ເຂົາບໍ່ໄດ້ຕ້ອງການໃຫ້ເສຍເວລາເລີຍ.