ມາເບີ່ງ !! ລົດທີ່ໄດ້ຮັບການຍົກເວັ້ນຄ່າທາງດ່ວນວຽງຈັນວັງວຽງ ( ບໍ່ເກັບເງິນຄ່າເດີນທາງ )
ຊວງນີ້ ເລື່ອງລາວ ຂ່າວທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ກຳລັງມາແຮງ
ມີທັງຂ່າວໆ ເລື່ອງເກັບຄ່າເດີນທາງບໍ່ເປັນໄປຕາມທີ່ແຈ້ງໄວ້ ແລະ ບໍ່ດົນມານີ້ ຂ່າວເລື່ອງເກັບເງິນລົດສຸກເສີນນຳສົ່ງຄົນເຈັບ
ດັ່ງນັ້ນຮູ້ໄວ້ໄດ້ປະໂຫຍດ ເລື່ອງທາງດ່ວນອີງຕາມ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງດ່ວນສໍາປະທານ ນະຄອນຫຼວງວຽງຈັນ-ວັງວຽງ ວ່າລົດປະເພດໃດຄວນເກັບ ແລະບໍ່ເກັບ ຫຼາຍຄົນອາດຈະຮູ້ແລ້ວ ແລະ ຍັງບໍ່ຮູ້ນຳ ດັ່ງນັ້ນມາເບີ່ງດັ່ງນີ້ເລີຍ :
ມາດຕາ 40 ຍານພາຫະນາທີ່ຍົກເວັ້ນຄ່າຜ່ານທາງດ່ວນ
1. ລົດຕຳຫຼວດຈະລາຈອນທາງດ່ວນ ທີ່ປະຕິບັດໜ້າທີ່ສຸກເສີນ ແລະແກ້ໄຂ ອຸບັດເຫດຕາມທາງດ່ວນທີ່ມີເຄື່ອງໝາຍການຕິດຂ້າງລົດ.
2. ລົດໂຮງໝໍ, ກູ້ໄພ ແລະ ມອດໄຟ.
3. ຍານພາຫະນະອື່ນໆທີ່ຜູ້ສຳປະທານເປັນຜູ້ຕົກລົງ.
ຫວັງວ່າທ່ານທີ່ໄດ້ອ່ານຈະເຂົ້າໃຈແລ້ວບາດນີ່.