ສາວພອນ ເນັດໄອດໍ້ຫນ້າໃຫມ່ຄົນນີ້ ດັ່ງຫຼາຍໃນໂຊຊ້ຽວຕອນນີ້ “ສາວພອນ” ອາຍຸໄດ້ 28 ປີ ຫຼາຍຄົນຄົງບໍ່ເຊື່ອແນ່ນອນວ່າລາວອາຍຸຫຼາຍ ແຕ່ມັນຄືຄວາມຈິງຈາກລາວໃຫ້ສຳພາດ ຖ້າໃຜບໍ່ເຊື່ອກລອງເລື່ອນເຟສລາວຈົນສຸດ ແລ້ວຈະເຫັນວ່າລາວໃສ່ປີເກີດ 1991 ບ້ານເກີດເມຶອງນອນແມ່ນ ຢູ່ບ້ານນາຈານ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ
ສາວພອນລາວທີ່ມາພ້ອມກັບໃບຫນ້າບ້ານໆ ແຕ່ກັບເຮັດໃຫ້ຄົນເບີ່ງແລະເຮຮາໄປຕາມໆກັນ ເພາະຄວາມທີ່ກ້າສະແດງອອກ ແລະ ເປັນເອກະລັກຂອງຕົວລາວເອງ ນອກຈາກຮູບຮ່າງຫນ້າຕາພາຍນອກຂອງລາວທີ່ເປັນສີ່ງສະດຸດຕາອັນດັບທຳອິດ ແມ່ນການຮ້ອງເພງ ການເວົ້າວ່າ ໃນຊີວິດປະຈຳວັນຂອງລາວ
ເຊີ່ງໃນການຮ້ອງເພງນິ້ ລາວກໍເລີ່ມຈາກການ ໂຄເວີຫຼາຍເພງ ແລະ ແຕ່ງເອງ ມີທັງເພງ ສາວນາຈານຖືກຕົ້ມ ບ່າວພໍ່ຮ້າງລູກສາມ ແລະ ລຳ ເພງອື່ນໆ
ລ່າສຸດເພງທີ່ດັງທີ່ສຸດ ຖືກໃຈຊາວເຟສບຸກທີ່ສຸດ ແລະ ຄົນເບີ່ງຫຼາຍທີ່ສຸດໃນເຟສບຸກຕອນນີ້ແມ່ນ ເພງ ນັ່ງກອດກົກເປົ້າ ເຊີງເປັນເພັງທີ່ລາວແຕ່ງເອງ ເມື່ອບົດເພັງນີ້ປ່ອຍມາເຮັດໃຫ້ຊາວເນັດຫລາຍຄົນເຂົ້າມາຄອມເມັ້ນ ແລະ ແຊຣ໌ກັນຫລາຍຈົນເຮັດໃຫ້ຫລາຍຄົນໃນໂຊຊ້ຽວເຂົ້າມາລໍ້ລຽນວ່າຢາກໄດ້ສາວພອນເປັນແຟນ
ເຊີ່ງຈາກຄວາມດັງຂອງລາວກໍໄດ້ສາຍາວ່າ ເນັດໄອດໍ້ໜ້າໃໝ່ ປັດຈຸບັນຍອດຜູ້ຕິດຕາມເຟສບຸກ ນະວັນທີ 4 ພະຈິກ 2019 ຢູ່ທີ່ 38,463 ຄົນ
ສາວພອນຈະໄປໃສມາໃສ ກໍມີແຕ່ຄົນເລີ່ມຮູ້ຈັກຫຼາຍຂື້ນ ມີ fc ທັກທາຍຂໍຖ່າຍຮູບນຳ
ມີຄົນຂໍຖ່າຍຮູບນຳ
ລ່າສຸດໄດ້ຂ່າວວ່າ ລາວມີຮອດຜູ້ຈັດການສ່ວນຕົວອີກດ້ວຍ ເລີຍລະ