ຄວາມເຊື່ອ

ມັກເຮັດບຸນແຕ່ເປັນຄົນບໍ່ມີນ້ຳໃຈກັບຄົນອື່ນເຮັດບຸນໄປກໍ່ໄດ້ບຸນໜ້ອຍ

ມັກເຮັດບຸນແຕ່ເປັນຄົນບໍ່ມີນ້ຳໃຈກັບຄົນອື່ນເຮັດບຸນໄປກໍ່ໄດ້ບຸນໜ້ອຍ

ຄົນເຮົາສ່ວນໃຫຍ່ມັກທີ່ຈະ “ທຳບຸນ” ໂດຍມີຈຸດປະສົງທີ່ແຕກຕ່າງກັນໄປ ບາງຄົນທຳບຸນ ເພາະຕ້ອງການຊ່ວຢເຫຼືອຜູ້ອື່ນໃຫ້ພົ້ນຈາກຄວາມລຳບາກ ບາງຄົນທຳບຸນເພື່ອຫວັງຈະໃຫ້ຕົວເອງມີຊີວິດທີ່ດີຫຼາຍຂຶ້ນ ແລ້ວເຈົ້າຄິດບໍ່ວ່າ ຈຸດປະສົງຂອງການທຳບຸນນັ້ນ ແທ້ໆແລ້ວຄືຫຍັງ…?? ແລະ ນີ້ກໍ່ເປັນອີກຫນຶ່ງຄຳສອນດີໆຈາກເພຈ ຂໍ້ທຳ ຄຳສອນ ພຣະໄພສານ ວິສາໂລ ທີ່ເຮົາໄດ້ຮວບຮວມຂໍ້ມູນມາໃຫ້ລອງອ່ານ ແລະ ຄິດຕາມກັນດເບີ່ງ,

ລາວເປັນເຈົ້າຂອງໂຮງຮຽນແຫ່ງຫນຶ່ງ ແກ້ວມັກທຳບຸນຫຼາຍ ເປັນເຈົ້າພາບທອດຜ້າປ່າ ທອດກະຖິນຢູ່ຕໍ່ເນືອງໆ ໃຜມາບອກບຸນສ້າງໂບດວິຫານຢູ່ໃສ ບໍ່ເຄີຍປະຕິເສດ, ລາວປື້ມປິຕິຫຼາຍທີ່ຖະຫວາຍເງິນນັບແສນສ້າງຫໍລະະຄັງຖະຫວາຍວັດຂ້າງໂຮງຮຽນ ແຕ່ເມື່ອໄດ້ຮູ້ວ່າ ນັກຮຽນຄົນຫນຶ່ງບໍ່ມີເງີນຈ່າຍຄ່າຮຽນ ຄ້າງຊຳລະມາສອງເທີມແລ້ວ ລາວຕັດສິນໃຈໄລ່ນັກຮຽນຄົນນັ້ນອອກຈາກໂຮງຮຽນທັນທີ, ສາຍໃຈກ່າວວ່າ :

ພາປ້າໄວ 50 ແລະ ເພື່ອນເຊີ່ງມີຂາພິການໄປຖະຫວາຍອາຫານເຊົ້າທີ່ວັດແຫ່ງຫນຶ່ງ ເຊີ່ງມີເຈົ້າອາວາດເປັນທີ່ສັດທານັບຖືຂອງປະຊາຊົນທົ່ວປຣະເທດ

ເຊົ້າມື້ນັ້ນມີຄົນມາທຳບຸນຢ່າງຫຼວງຫຼາຍ ຈົນລານວັດແໜ້ນເຕັມໄປດ້ວຍລົດ ເມື່ອໄດ້ເວລາພຣະສັນ ພໍ່ອກກ ແມ່ອອກ ກໍ່ພາກັນກັບ ສາຍໃຈພາຍິງໄວສູງອາຍຸ ແລະ ເພື່ອນຜູ້ພິການຍ່າງກະຢ່ອງກະແຢ່ງຝ່າແດດກ້າໄປທີ່ຫົນາງໃຫຍ່ເພື່ອຂຶ້ນລົດປະຈຳທາງກັບບ້ານ

ລະຫວ່າງນັ້ນມີລົດເກ໋ງຫລາຍສິບຄັນແລ່ນຜ່ານໄປ ແຕ່ຕະຫລອດເສັ້ນທາງເກືອບ 1 ກິໂລມັດ ບໍ່ມີຜູ້ໃຈບຸນຄົນໃດຮັບຂຶ້ນລົດເພື່ອໄປສົ່ງຫົນທາງໃຫຍ່ເລີຍ, ເຫດການທຳນອງນີ້ ບໍ່ແມ່ນເປັນເລື່ອງແປກປະຫລາດ ໃນສັງຄົມປັດຈຸບັນ “ມັກທຳບຸນແຕ່ໄຮ້ນ້ຳໃຈ” ເປັນພຶດຕິກຳທີ່ພົບເຫັນໄດ້ທົ່ວໄປ ເຮັດໃຫ້ເກີດຄຳຖາມຂຶ້ນມາວ່າ

ເຮົານັບຖືສາດສະຫນາກັນແບບໃດ ຈຶ່ງມີພືຶດຕິກຳເພື່ອນມະນຸດ ໂດຍສະເພາະຜູ້ທີ່ທຸກຢາກລຳບາກ, ແມ່ນຫຍັງທີ່ເຮັດໃຫ້ເຮົາມັກທຳບຸນກັບສິ່ງທີ່ຢູ່ສູງກວ່າຕົນ?? ແມ່ນ ຫຼື ບໍ່ວ່າ ເປັນເພາະເຮົາເຊື່ອວ່າ ສິ່ງສູງສົ່ງເຫຼົ່ານັ້ນ ສາມາດບັນດານຄວາມສຸກ ຫຼື ໃຫ້ສິ່ງດີໆ ທີ່ພຶງປາດຖະຫນາແກ່ເຮົາໄດ້ ເຊັ່ນ :

ຖ້າເຮັດອາຫານຖະຫວາຍພຣະ ບໍລິຈາກເງີນສ້າງວັດ ຫຼື ພຣະພຸດທະຮູບ ກໍ່ຈະໄດ້ຮັບຄວາມມັ່ງມີສະລິສຸກ ມີອາຍຸ ວັດຖະນະສຸກ ພາລະ ຫຼື ຊ່ວຍໃຫ້ມີຄວາມສຸກສະບາຍຫຼາຍຂຶ້ນໃນຊາດຫນ້າ, ການທຳບຸນ ບໍ່ຊ່ວຍໃຫ້ເຮົາມີເມດຕາ ຮູ້ຈັກແບ່ງປັນ ຫຼື ກະລຸນນາຕໍ່ຜູ້ອື່ນເລີຍຫວາ??

ຫາກສັງເກດດີໆ ຈະພົບວ່າ ການທຳບຸນຂອງເຮົານັ້ນ ມັກຈະກະທຳຕໍ່ສິ່ງທີ່ຢູ່ສູງກວ່າຕົນເຊັ່ນ ພຣະພິກສຸສງ ວັດວາອາຣາມ ພຣະພຸດທະເຈົ້າ ເປັນຕົ້ນ ແຕ່ກັບສິ່ງທີ່ຖືວ່າຢູ່ຕ່ຳກວ່າຕົນເຊ່ນ ຄົນທຸກຍາກຈົນ ຫຼື ສັດນ້ອຍໃຫຍ່ ເຮົາກັບລະເລີຍບໍ່ສົນໃຈ

ແມ້ແຕ່ເວລາໄປທຳບຸນຢູ່ວັດ ເຮົາກໍ່ມັກລະເລີຍສາມະເນນ ແມ່ຊີ ແລະ ພຣະບວດໃຫມ່ ແຕ່ກຸລີກຸຈໍເຕັມທີ່ກັບພຣະທີ່ມີຊື່ສຽງ, ດັ່ງນັ້ນ ເມື່ອໃດທີ່ເຮົາເຫັນຄົນທຸກຍາກບໍ່ວ່າ ເຂົາຈະເປັນໃຜ ຢ່າໄດ້ເບືອນຫນ້າຫນີ ຂໍໃຫ້ເປີດໃຈຮັບຮູ້ຄວາມທຸກຂອງເຂົາ ແລ້ວຖາມຕົວເອງວ່າ ເຮົາຈະຊ່ວຍເຂົາໄດ້ ຫຼື ບໍ່

ເພາະນີ້ຄືໂອກາດດີທີ່ເຮົາຈະໄດ້ທຳບຸນ ລົດລະອັຕຕາຕົວຕົນ ຈິດທີ່ເປັນກຸສົນຈຶ່ງຈະໄດ້ບຸນຢ່າງແທ້ຈີງ, ດັ່ງນັ້ນ ແຮງທຳບຸນດ້ວຍທ່າທີແບບນີ້ ກໍ່ຢິ່ງເຫັນແກ່ຕົວຫຼາຍຂຶ້ນ ເພາະ ບໍ່ໄດ້ທຳດ້ວຍຈິດໃຈທີ່ເປັນບຸນ ແຕ່ທຳບຸນເພາະຫວັງຜົນ ຫວັງແຕ່ຈະໄດ້ຄືນມາຫຼາຍກວ່າ ຜົນຄື ຈິດໃຈຢິ່ງຄັບແຄບ

ຄວາມເມດຕາ ກະລຸນາຕໍ່ຜູ້ທຸກຢາກ ມີແຕ່ຈະນ້ອຍລົງ ບໍ່ຕ້ອງສົງໄສເລີຍວ່າ ການທຳບຸນແບບນີ້ ກັບຈະເຮັດໃຫ້ໄດ້ບຸນນ້ອຍລົງ ແຮງຖ້າທຳບຸນ ໜຶ່ງແສນ ເພາະຫວັງຈະໄດ້ ເງີນລ້ານ ບຸນທີ່ເກີດຂຶ້ນຍ່ອມນ້ອຍລົງໄປອີກ ເພາະແມ່ນ ຫຼື ບໍ່ວ່າ ນີ້ເປັນການຄ້າກຳໄລເກີນຄວນ”