ພໍ່ແມ່ ຄືສີ່ງສັກສິດ ທີ່ເຮົາຄວນຕອບແທນບຸນຄຸນທ່ານ ທີ່ຄວນເຄົາລົບ ແລະ ບູຊາທ່ານ
ບູຊາເທບພະເຈົ້າເປັນພັນ ເປັນໝື່ນອົງ ບໍ່ເທົ່າກັບເຮັດບຸນໃຫ້ພໍ່ແມ່ພຽງຄັ້ງດຽວ
ກ່ອນບູຊາສີ່ງສັກສິດ ແລະ ເທບພະເຈົ້າອົງໃດສົມຄວນບູຊາຢ່າງອື່ນໃດດ ກໍຄື ພໍ່ແມ່
ຢ່າມົ່ວແຕ່ຂໍພອນຈາກສີ່ງສັກສິດຈາກສີ່ງອື່ນໃດ ເພາະອາດບໍ່ມີປະໂຫຍດ ຖ້າບໍ່ ຕອບແທນບຸນຄຸນ ເຄົາລົບບູຊາພໍ່ແມ່ກ່ອນ
ພໍ່ແມ່ ເປັນສີ່ງສັກສິດ ເປັນສີ່ງທີ່ພະພຸດທະເຈົ້າສັນລະເສີນຫຼາຍ ມີພະລັງຄວາມສຳເລັດໄດ້ໄວຂື້ນ
ການອຸທິດແຜ່ບຸນກຸສົນແຜ່ເມດຕາສົ່ງໃຫ້ພໍ່ແມ່ກ່ອນ
ດ້ວຍບົດອຸທິດບຸນທີ່ວ່າ : ” ອິທັງ ເມ ມາຕາປິຕຸນັງ ສຸຂິຕາ ໂຫນຕຸ ມາຕາປິຕະໂຣ ”
ຂໍໃຫ້ສ່ວນບຸນນີ້ຈົ່ງສຳເລັດແກ່ບິດາມານດາ ຂອງຂ້າພະເຈົ້າ ຂໍໃຫ້ບິດາມານດາຂອງຂ້າພະເຈົ້າມີຄວາມສຸກ
ຂໍໃຫ້ບູຊາພໍ່ແມໃຫ້ທ່ານມີຄວາມສຸກ ດູແລທ່ານຢ່າງດີພ້ອມສົມບູນທຸກວັນແລ້ວຈຶ່ງຄ່ອຍໄປບູຊາສີ່ງສັກສິດອື່ນໆ
ສຳລັບຄົນທີ່ມີພໍ່ແມ່ທີ່ລ່ວງຫຼັບໄປແລ້ວ ຈົ່ງສ້າງບຸນອຸທິດໃຫ້ທ່ານ ໃຫ້ເຈາະຈົ່ງລະບຸຊື່ຂອງທ່ານຳ
ລວມເຖີງພໍ່ແມ່ໃນອາດີດຊາດທີ່ແລ້ວທີ່ເຮົາບໍ່ຮູ້ວ່າຈະເປັນແນວໃດ ໃຫ້ກ່າວລວມໆໄປວ່າ ແລະ ພໍ່ແມ່ບັນພະບຸລຸດໃນອາດີດຊາດ
ຄູບາອາຈານທ່ານເມດຕາແນະນຳວ່າ ຜູ້ໃດເຮັດແບບນີ້ເລື້ອຍໆ ຈະເປີດທາງບຸນທັງໝົດ
ປິດກຳບໍ່ດີທັງປວງ ບຸນມີພະລັງສົ່ງເຕັມທີ ຊີວິດທີ່ເຕັມດ້ວຍພະລັງບຸນ ຍ່ອມເປັນຊີວິດທີ່ປະເສີດທີ່ສຸດ.