ພຣະພຸດທະເຈົ້າສອນໃຫ້ຄົນເຮົາແບ່ງເງິນເປັນ 4 ສ່ວນຄື ໃຊ້ໜີ້ເກົ່າ, ໃຫ້ເຂົາກູ້, ຝັງໄວ້ໃຊ້, ຖີ້ມໃສ່ເຫວ
+ ໃຊ້ໜີ້ເກົ່າ : ຄືໃຫ້ພໍ່ແມ່ ທ່ານໃຫ້ກຳເນີດ ແລະ ລ້ຽງດູເຮົາມາ ເຮົາເປັນໜີ້ບຸນຄຸນທ່ານ ຕ້ອງຕອບແທນ
+ ໃຫ້ເຂົາກູ້ : ຄືໃຫ້ລູກຫຼານ ລູກຫຼານໄດ້ຮັບອຸປະກາລະ ຕໍ່ມາພາຍຫຼັງ ກໍຈະກັບມາໃຊ້ໜີ້ເຮົາ ຄືລ້ຽງດູເຮົາໃນຍາມຊະລາ
+ ຝັງໄວ້ໃຊ້ : ຄືທຳບຸນ ເພື່ອຝັງໄວ້ເປັນຶະຣິຍະຊັບ ສຳລັບໃຊ້ໃນການເດີນທາງໃນພາຍພາກໜ້າ
+ ຖີ້ມໃສ່ເຫວ : ຄື ທ່ຽວກິນໃຊ້ໄປ ພຣະອົງຊົງປຽບທ້ອງຄົນເຮົາເປັນເຫວເລິກ ກິນເທົ່າໃດກໍບໍ່ເຄີຍເຕັມ
ຄຳສອນນີ້ເພື່ອເປັນການຊີ້ນຳໃນການດຳລົງຊີວິດປະຈຳວັນຂອງຄົນ ຖ້າໃຜເຮັດໄດ້ກໍຖືວ່າດີຫຼາຍ.