ຜົວເມຍຈົ່ງຈື່ຈຳໄວ້ !!ຖ້າຢາກໃຫ້ຊີວິດຄູ່ຈະເລີນຮຸ່ງເຮືອງຢ່າເຮັດແບບນີ້ເດັດຂາດ
ຜົວເມຍຈື່ຈຳໄວ້ ໄປຮ່ຳຮອນຄິດ
ເປັນຮີດຄອງຊີວິດ ໃຫ້ຄູ່ຄອງກອງໃຊ້
ກຸນແຈໃຈປິດກັ້ນ ກັບຄວາມແຍກຫ່າງ
ຜົວເມຍຈົ່ງຊ່າງຮູ້ ບູຮານເຄົ້າເກົ່າສອນ
+ ຍາມເຂົ້ານອນຢ່າເວົ້າ ຄວາມເກົ່າພາຜິດກັນ
+ ຜິດຖຽງກັນຢ່າທຳ ລູກຢູ່ນຳອຳໄວ້
+ ລູກຮ່ວມໃນພາເຂົ້າ ຢ່າສອນເຂົາກິນບໍ່ແຊບ
+ ລູກຈະແອບຈື່ໄວ້ ເປັນຄວາມດ້ອຍຢູ່ໃນໃຈ
+ ເມື່ອຍາມເຈັບປ່ວຍໄຂ້ ຢ່າໄດ້ກ່າວຄຳຂົມ
+ ຈົ່ງຊອກຫາຄຳຫວານ ຫວ່ານລົງໄວ້ໃຈ
+ ຜິດໃຈກັນພຽງໃດ ຢ່າໃຊ້ຄຳດູໜິ່ນ
+ ຢ່າໃຫ້ຍືນທໍ່ສ້ຽວ ລາມເຖິງເຊື້ອໂຄດວົງ
+ ຜິດກັນຈົ່ງຢ່າເວົ້າ ກ່າວເຊິ່ງຄວາມຕາຍ
+ ມັນຊິພາວາຍວອດ ຄອບຄົວໝອງໄໝ້
+ ຜິດກັນຢ່າແຕະຕ້ອງ ທຳລາຍຂອງມ້າງມຸ່ນ
+ ຢ່າຕົບຕີຕ່ອຍຕ້ອງ ຍາມຜິດຂ້ອງຕ້ອງຖຽງ
+ ຂໍ້ສຸດທ້າຍຮີດເຄົ້າ ຄອງຜົວຮັກເມຍແພງ
+ ຜິດກັນແຮງພຽງໃດ ຢ່າກ້າວຄຳປະຮ້າງ
ເປັນຄູ່ຄອງປອງສ້າງ ຜົວເມຍແກ້ວແກ່ນ ແມ່ນສິທຸກຍາກເຍືອນ ເໝືອນຄົກແກ້ວຄົກສາກຄຳ ສິບເອັດຂໍ້ເປັນເສົາຄ້ຳ ຮີດເກົ່າຄຳສອນ ເປັນຄຳພອນຄຳພະ ບູຮານສອນໄວ້
ຫາກໃຜສິນຳໄປໃຊ້ ຄອບຄົວເຮື່ອງຮຸ່ງຈະສົມໝາຍມາດມຸ້ງ ຊີວິດຫຍຸ້ງບໍ່ມີ ແທ້ນາ…