ບໍ່ໄດ້ຫວັງຄົບໃຜຫຼີ້ນໆ ໃຫຍ່ແລ້ວ ຄົບໃຜກໍ່ຢາກສ້າງອະນາຄົດໄປນຳກັນ
ພໍເຮົາໃຫຍ່ຂື້ນມາແລ້ວ ເວລາທີ່ເຮົາຈະຄົບໃຜ ກໍ່ຢາກຈະຄົບໄປນານໆ ບໍ່ຢາກຮັກໆເລີກໆ ເພາະມັນນ່າເບື່ອ
ເຮົາຄວນທີ່ຈະຫາໃຜຈັກຄົນທີ່ພ້ອມຈະສ້າງອະນາຄົດໄປພ້ອມກັບເຮົາ ມັນໝົດເວລາກັບຄວາມຮັກໃນໄວລຸ້ນ ທີ່ຮັກກັນພຽງເພາະຮູ້ສຶກຮັກແລ້ວ
ເພາະຫາກຄິດຈະຄົບກັນຫຼີ້ນໆ ມັນກໍ່ເສຍທັງຄວາມຮູ້ສຶກ ເສຍທັງເວລາ ຍິ່ງເຮົາໃຫຍ່ຫຼາຍເທົ່າໃດ ເວລາໃນຊີວິດຂອງເຮົາ ກໍ່ຍິ່ງມີນ້ອຍລົງເທົ່ານັ້ນ ເພາະສະນັ້ນເຮົາກໍ່ຢາກທີ່ຈະຈິງຈັງ ແລະ ຄົບກັບໃຜຈັກຄົນໄປໃຫ້ດົນທີ່ສຸດເທົ່າທີ່ຈະເຮັດໄດ້
ຄົນທີ່ພ້ອມຈະໃຊ້ຊີວິດໄປກັບເຮົາ ຮ່ວມສ້າງອະນາຄົດ ແລະ ຄອບຄົວພ້ອມກັນກັບເຮົາ ຄົນທີ່ພ້ອມຈະເບິ່ງແຍງເຊິ່ງກັນ ແລະ ກັນ ໄປຈົນວັນແກ່ເຖົ້າພຽງເທົ່ານີ້ລະທີ່ເຮົາຕ້ອງການຈາກຄວາມຮັກຄັ້ງນີ້
ເພາະສະນັ້ນເວລາຮັກໃຜ ເຮົາກໍ່ຢາກຈະທຸ່ມເທໃຫ້ເຕັມທີ່ ເພາະເຮົາຈິງຈັງກັບຊີວິດ ແລະ ຄວາມຮັກຫຼາຍຂື້ນ ບໍ່ຄິດຈະຄົບໃຜຫຼີ້ນໆ ເພື່ອມາໄວ້ຂັ້ນເວລາ ຫຼື ເອົາໄວ້ແກ້ເຫງົາດອກ