ບໍ່ອາບນ້ຳ 65 ປີ !! ຖືກຂະໜານນາມເປັນຊາຍສົກກະປົກທີ່ສຸດໃນໂລກ
ອາມູ ຮາຈິ ຊາຍຊາວອິຣານ ອາຍຸ 83 ປີ ຖືກຂະໜານນາມວ່າເປັນຊາຍສົກກະປົກທີ່ສຸດໃນໂລກ ລາວບໍ່ໄດ້ອາບນ້ຳເລີຍໃນຊ່ວງ 65 ປີທີ່ຜ່ານມາ ເນື່ອງຈາກລາວຢ້ານນ້ຳ ແລະ ເຊື່ອວ່າ ລາວຈະລົ້ມປ່ວຍຫາກອາບນ້ຳ ເຊິ່ງນີ້ຄືເຫດຜົນທີ່ເຂົາບໍ່ອາບນ້ຳໃນໄລຍະ 65 ປີຜ່ານມາ.
ອາມູ ອາໄສຢູ່ຄົນດຽວໃນທະເລຊາຍອິຣານ, ອາຫານທີ່ມັກຄືຊີ້ນເໝັ້ນທີ່ເນົ່າເປື່ອຍ, ລາວມັກກິນອາຫານທີ່ບໍ່ໃສ່ຜັກ, ບໍ່ມັກອາຫານທີ່ປຸງເອງຢູ່ເຮືອນ ໂດຍອ້າງວ່າ ການທີ່ມີຊີວິດລອດມາດົນ ມາຈາກການເຮັດຕົວສົກກະປົກ, ອາໄສຢູ່ໃນຂຸມທີ່ສ້າງຂຶ້ນໃນທະເລຊາຍນອກໝູ່ບ້ານ ເຊິ່ງຊາວບ້ານໄດ້ສ້າງຕູບໃຫ້ ແຕ່ລາວຕັດສິນໃຈທີ່ຈະບໍ່ອາໄສຢູ່ທີ່ນັ້ນ.
ເປັນທີ່ໜ້າແປກໃຈທີ່ ອາມູ ບໍ່ຕິດເຊື້ອພະຍາດ ເຖິງແມ່ນລາວຈະສົກກະປົກກໍ່ຕາມ, ລາວດື່ມນ້ຳຈາກກະປ໋ອງນ້ຳມັນທີ່ມີຂີ້ໝ້ຽງທຸກມື້, ມັກສູບຢາ ທີ່ຊາວບ້ານມອບໃຫ້ ເມື່ອສູບແລ້ວລາວກໍ່ສູບຂີ້ສັດແຫ້ງແທນຢາສູບຕໍ່.
ອາມູ ເວົ້າວ່າຫຼັງຈາກປະຖິ້ມຄວາມສຸກທັງໝົດຂອງໂລກ ແລ້ວຕົນກໍ່ມີຄວາມສຸກຫຼາຍກັບຊີວິດທີ່ເປັນຢູ່.
ທີ່ມາຂໍ້ມູນ: DNAindia.