ບໍ່ຢາກຈະເຊື່ອ!!…. ເບີ່ງໜັງເຊັກເລື່ອຍໆ ສົ່ງຜົນໃຫ້ “ນົກເຂົາບໍ່ຂັນ”
ຜູ້ຊ່ຽວຊານເປີດເຜີຍຜົນການວິໄຈຊວນຊ໊ອກ ວ່າຜູ້ຊາຍທີ່ມັກເບິ່ງໜັງໂປ້ເລື້ອຍໆ ຈົນເຂົ້າຂັ້ນເສບຕິດ ອາດມີບັນຫານົກເຂົາບໍ່ຂັນ ເມື່ອຕ້ອງການມີເຊັກກັບຜູ້ຍິງແທ້ໆ
ເມື່ອບໍ່ດົນມານີ້ ເວັບໄຊຕ໌ເດລີເມນລາຍງານວ່າ ການເຂົ້າເຖິງສື່ອະນາຈານໄດ້ງ່າຍ ບໍ່ພຽງເຮັດໃຫ້ຄົນເສບຕິດໜັງໂປ້ເທົ່ານັ້ນ ຍັງອາດມີຜົນຕໍ່ບັນຫາເລື່ອງເທິງຕຽງພ້ອມ
ລາຍງານນີ້ ອ້າງເຖິງຜົນການສຶກສາຂອງ ແອນເຈລ່າ ເກກໍຣີ່ (Angela Gregory) ນັກຈິດບຳບັດທາງເພດຊາວອັງກິດ ຈາກ Nottingham University Hospital ເຊິ່ງພົບວ່າ ມີຜູ້ປ່ວຍເພດຊາຍທີ່ຢູ່ໃນຊ່ວງອາຍຸ 20 ປີ, ເຂົ້າຮັບການບຳບັດເລື່ອງເພດກັບນາງຫລາຍຂຶ້ນຢ່າງເຫັນໄດ້ແຈ້ງ ໃນຮອບ 5 ປີຫຼັງສຸດ ໂດຍສະເພາະອາການນົກເຂົາບໍ່ຂັນ ເຊິ່ງຜິດຈາກເມື່ອກ່ອນທີ່ມີແຕ່ຜູ້ໃຫຍ່ເຂົ້າຮັບການບຳບັດ ພ້ອມເຜີຍອີກວ່າ ຜູ້ປ່ວຍທີ່ເປັນໄວລຸ້ນນັ້ນບໍ່ມີຄວາມຜິດປົກກະຕິໃນສ່ວນຂອງອະໄວຍະວະເພດແຕ່ຢ່າງໃດ
ບໍ່ພຽງເທົ່ານັ້ນ ຍັງມີຜົນການວິໄຈໃນປີ 2014 ຕີພິມໃນວາລະສານ Journal of Sexual Medicine ຊີ້ວ່າ ຜູ້ປ່ວຍພະຍາດເຊື່ອມສະມັດຖະພາບທາງເພດລາຍໃໝ່ 4 ຄົນ ຈະມີ 1 ຄົົນທີ່ອາຍຸຕ່ຳກວ່າ 40 ປີ ແລະມີຜົນການສຶກສາທີ່ປາກົດໃນວາລະສານ Behavioural Sciences Journal ລະບຸວ່າ ການເສບຕິດໜັງໂປຂັ້ນຮຸນແຮງ ມີສ່ວນເຮັດໃຫ້ຄວາມພຶງພໍໃຈໃນການຮ່ວມເພດ ແລະຄວາມຕ້ອງການທາງເພດຫລຸດລົງ
“ຮູ້ແບບນີ້ແລ້ວ ທ່ອງຄາຖາເອົາໄວ້ ວ່າໜັງໂປສາມາດເບິ່ງໄດ້ ແຕ່ຢ່າໝົກມຸ້ນຈົນເຖິງຂັ້ນເສບຕິດ ເພາະຖ້າເຖິງຂັ້ນນັ້ນ ມັນຈະກາຍເປັນໂທດ ເຮັດໃຫ້ຊີວິດທາງເພດໃນໂລກຄວາມຈິງຂອງເຈົ້າລົ້ມເຫລວບໍ່ເປັນທ່າ”