ບາງຄູ່ເລີກລາກັນໄປ ແຕ່ໃນໃຈຍັງຮັກ ຍັງຕັດໃຈບໍ່ໄດ້ຈາກເຂົາກໍມີ
ເມື່ອຄວາມຮັກ ຄວາມສຳພັນ ຂອງສອງຄົນ ມາຮອດຈຸດໜື່ງ ຈຸດທີ່ອີກຝ່າຍໝົດຮັກກັນ ແລະ ອີກຝ່າຍອາດຍັງຮັກກັນ
ແຕ່ກໍຄົງຝືນບໍ່ໄດ້ ທີ່ຈະຄົບຕໍ່ໄປ ຈຳເປັນຕ້ອງໄດ້ເລີກລາກັນໄປ ດ້ວຍທີ່ອີກຝ່າຍຍັງຮັກຫຼາຍ
ເຊີ່ງບາງຄູ່ເລີກລາກັນໄປ ບໍ່ໄດ້ໝາຍຄວາມວ່າເຊົາຮັກ ບາງຄູ່ເລີກລາກັນໄປ ແຕ່ກໍ່ຍັງຕັດໃຈຂາດ
ບາງຄູ່ເລີກລາກັນໄປແຕ່ກະຍັງຕັດກັນບໍ່ຂາດ ອາດຈະຫາຍໄປຈາກກັນພຽງຊ່ວງໄລຍະໜຶ່ງ ແລ້ວກະກັບມາຄົບກັນໃໝ່
ເພາະເວລາທີ່ຫ່າງກັນໄປມັນອາດຈະເຮັດໃຫ້ຄົນສອງຄົນນັ້ນເຂົ້າໃຈກັນຫຼາຍຂື້ນ ແຕ່ບາງຄູ່ເລີກກັນແລ້ວເລີກເລີຍກະມີ
ເຖິງຈະຄົບກັນຫຼາຍສິບປີກະຕາມ ເຮົາບໍ່ຮູ້ດ໊ອກວ່າໃຜຊິເປັນຮັກຄັ້ງສຸດທ້າຍຂອງເຮົາ ໃຜທີ່ຊິຢຸດຢູ່ໃຫ້ເຮົາກອດໄປຈົນເຖົ້າຈົນແກ່ ເຮົາບໍ່ມີທາງຮັບຮູ້
ແຕ່ທຸກຄັ້ງທີ່ມີຄວາມຮັກເຂົ້າມາ ເຮົາກະດູແລຄົນໆນັ້ນໃຫ້ດີທີ່ສຸດໃຫ້ເຂົາຮູ້ສຶກໂຊກດີທີ່ເລືອກເຮົາ
ແຕ່ຖ້າມື້ໜຶ່ງຕ້ອງເລີກລາຈາກກັນໄປ ເຮົາຈະເກັບຄວາມຊົງຈຳຕອນທີ່ມີລາວຕອນນີ້ໄວ້ຂອບໃຈບາງຄົນທີ່ຜ່ານມາໃຫ້ຮູ້ຈັກ
ຂອບໃຈບາງຄົນທີ່ຜ່ານເຂົ້າມາເພື່ອເປັນພຽງຄວາມຊົງຈຳດີໆ ຂອບໃຈຄົນບາງຄົນທີ່ເຮົາບໍ່ຮູ້ວ່າມື້ໃດທີ່ເຮົາຊິລືມລາວໄປໄດ້
ສຸດທ້າຍເຖິງວ່າຄວາມຮັກຊິຈົບລົງແບບໃດ ບໍ່ວ່າມື້ນັ້ນມັນຈະເປັນມື້ທີ່ເຈັບປວດຫຼາຍປານໃດ ຢ່າໄປຊັງຢ່າໄປຄຽດຢ່າໄປແຄ້ນເຂົາເຈົ້າເລີຍ
ທຸກໆຄົນລ້ວນແຕ່ມີເຫດຜົນຂອງໂຕເອງ ໃຫ້ຍອມຮັບແລະເຂົ້າໃຈເພາະຢ່າງໜ້ອຍຄົນທີ່ເຮັດໃຫ້ເຮົາໄຫ້ມື້ນີ້ຄັ້ງໜຶ່ງລາວກະເຄີຍເປັນຄວາມສຸກທັງໝົດຂອງເຮົາ.