ບາງຄັ້ງການທີ່ເຮົາເຮັດດີກັບໃຜຈັກຄົນແລ້ວ ກໍບໍ່ໄດ້ໝາຍວ່າເຂົາຈະດີຕອບກັບເຈົ້າສະເໝີໄປ
ເພາະທຸກຄົນຍອມມີດ້ານມືດຂອງຕົວເອງທັງນັ້ນ
ບາງຄົນໃບໜ້າຍີ້ມແຍ້ມແຈ່ມໃສ ເວົ້າຈາອ່ອນຫວານ ແຕ່ກັບໃຊ້ຄຳເວົ້າທີ່ສຽບແທງເຮົາ ຄືກັບນ້ຳເຜີ້ງອາບຢາພິດ
ເພາະຄວາມດີເຮົາ ອາດຈະບໍ່ສາມາດຊື້ໃຈໃຜໄດ້ກັບທຸກຄົນ ບໍ່ວ່າຈະເປັນຄົນທີ່ເຮົາສະນິດນຳກໍຕາມ
ເຖີງເຮົາຈະດີກັບເຂົາສ່ຳໃດ ແຕ່ບໍ່ໄດ້ໝາຍວ່າ ເຂົາຈະບໍ່ນິນທາເຮົາລັບຫຼັງ
ເພາະສະນັ້ນທີ່ສຳຄັນເຮົາຢ່າໄປໄວ້ວາງໃຈຄົນອື່ນຫຼາຍເກີນໄປການບອກຄວາມລັບຂອງຕົນໃຫ້ກັບໃຜບາງຄົນ ຈົນໝົດນັ້ນບໍ່ແມ່ນເລື່ອງດີເພາະບໍ່ສາມາດຮູ້ໄດ້ວ່າຄົນທີ່ເຮົາໄວ້ໃຈ ສາມາດເກັບຄວາມລັບເຮົາໄດ້ດີຊ່ຳໃດ
ສະນັ້ນ ເຮົາເພື່ອໃຈໄວ້ ຢ່າເຊື່ອໃຈໃຜຫຼາຍເກີນໄປ ຖ້າຫາກວັນໜື່ງຖືກຫັກຫຼັງ ເຮົາຈະເສຍໃຈຈົນບໍ່ສາມາດຢູ່ຮ່ວມກັນໄດ້ຕໍ່ໄປ
ການເຮັດຄວາມດີກັບຄົນອື່ນຖືວ່າເລື່ອງດີ ແຕ່ຖ້າເຂົາບໍ່ເຫັນຄ່າໃນຕົວເຮົາຢູ່ແລ້ວມັນບໍ່ມີປະໂຫຍດຫຍັງ ດັ່ງຄຳເວົ້າທີ່ວ່າ “ຄວາມດີຈະມີຄ່າ ກໍຕໍ່ເມື່ອເຮົາໃຊ້ ຖືກຄົນຖຶກເວລາ ”
ເວລາເຮັດຄວາມດີກັບຄົນອື່ນ ຢ່າໄປຄາດຫວັງຫຼາຍວ່າເຂົາຈະດີກັບ ບໍ່ວ່າໃຜກໍຕາມ ເພາະຖ້າຄາດຫວັງ ເຂົາບໍ່ຕອບແທນຈະເຮັດໃຫ້ຜິດຫວັງ ຮ້າຍຄຽດເຂົາທີ່ເຂົາບໍ່ຕອບແທນ
ເພາະບາງຄົນເບີ່ງຄວາມດີຂອງເຮົາທີ່ເຮັດໄປ ເປັນເລື່ອງທຳມະດາ ບໍ່ໄດ້ພິເສດຫຍັງຫຼາຍຫຼວງ ຖ້າເຮົາເຮັດກັບຄົນທີ່ເຫັນຄ່າ ມັນຈະພິເສດ ແລະ ເຂົາອາດເຮັດດີຕອບແທນຄືນມາ
ສະນັ້ນ ການເຮັດດີກັບຄົນອື່ນໄປແລ້ວ ຢ່າຫວັງວ່າເຂົາຈະເຮັດດີກັບ ຄິດສາວ່າເຮົາເຮັດດີເພາະເຫັນເຂົາເປັນເພື່ອນມະນຸດຄົນໜື່ງ ຖ້າເຂົາຈະສຳນຶກໄດ້ເຮັດດີກັບຫຼືບໍ່ ແລ້ວແຕ່ເຂົາ
ແຕ່ເຮົາເປັນຜູ້ເຮັດດີແລ້ວ ຮູ້ສຶກສະບາຍໃຈ ຮູ້ສຶກດີ ເທົ່ານີ້ກໍພຽງພໍແລ້ວ ບໍ່ຈຳເປັນຕ້ອງຄາດຫວັງໃຫ້ເຂົາເຮັດດີກັບ ແລ້ວເຈົ້າຈື່ງຈະບໍ່ທຸກໃຈ ຈະມີຄວາມສຸກກັບການໃຊ້ຊີວິດຫຼາຍຂື້ນ.