ນໍ້າມັນທີ່ຜະລິດເອງ !! ຄາດວ່າ ສປປ ລາວ ຈະໄດ້ນໍາໃຊ້ທົ່ວປະເທດ ປະມານຕົ້ນປີ 2023
News ວຽງຈັນໃໝ່ ໄດ້ໃຫ້ຮູ້ວ່າ: ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອຮ່ວມມືກັນໃນການສຶກສາ ແລະ ພັດທະນາໂຄງການພະລັງງານຊີວະພາບ (ນ້ຳມັນໄບໂອ ອອຍ) ລະຫວ່າງ ບໍລິສັດ ລັດວິສາຫະກິດ ນ້ຳມັນເຊື້ອໄຟ ລາວ ແລະ ບໍລິສັດ ກ່າຍອາ ເປໂຕຣ ຈຳກັດ (ສ ເກົາຫຼີ) ໄດ້ຮ່ວມລົງນາມໃນເອກະສານ ລະຫວ່າງທ່ານ ສີສັງຄົມ ໂຄດໂຍທາ ຜູ້ອຳນວຍການບໍລິສັດ ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ ແລະ ທ່ານ ຊຳ ແມງ (Sam Maeng) ປະທານສະມາຄົມອຸດສາຫະກຳ ແລະ ແລກປ່ຽນວັດທະນະທຳ ສ ເກົາຫຼີ-ລາວ
ໂຄງການດັ່ງກ່າວນີ້ ເປັນໂຄງການທີ່ຈະຊ່ວຍພັດທະນາພື້ນຖານໂຄງລ່າງ ຂອງ ສປປ ລາວ ໃນການຫຼຸດຜ່ອນ ແລະ ບໍ່ນຳເຂົ້າລະບົບເພິ່ງພາພະລັງງານນ້ຳມັນຈາກຕ່າງປະເທດ ເພາະໂຄງການພະລັງງານຊີວະພາບນີ້ ແມ່ນໄດ້ພະລັງງານມາຈາກທຳມະຊາດ 2 ແຫຼ່ງຄື: ພະລັງງານຈາກການເຜົາໄໝ້ ແລະ ພະລັງງານຈາກການໝັກດອງ (ທາດເຫຼົ້າ) ໂດຍການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າຊ່ວຍໃນການຜະລິດ ເຊິ່ງນໍ້າມັນທີ່ຜະລິດໄດ້ນັ້ນ ຈະມີຄຸນນະພາບສູງກວ່ານ້ຳມັນແອັດຊັງທຳມະດາທົ່ວໄປ.
ສຳລັບມູນຄ່າການລົງທຶນໃນເບື້ອງຕົ້ນ ປະມານ 15 ລ້ານໂດລາສະຫະລັດ ສ່ວນກຳລັງການຜະລິດແມ່ນ 1 ລ້ານລິດຕໍ່ມື້ ແລະ ໃນໜຶ່ງເດືອນ ຈະສາມາດຜະລິດນ້ຳມັນພຽງແຕ່ 25 ວັນ ສະເລ່ຍແມ່ນຜະລິດໄດ້ 25 ລ້ານລິດຕໍ່ເດືອນ ສຳລັບວັດຖຸດິບໃນການຜະລິດແມ່ນນໍາເຂົ້າ 100%, ຄາດວ່າໃນປີ 2023 ທົ່ວປະເທດຈະໄດ້ນຳໃຊ້ນ້ຳມັນແອັດຊັງຄຸນນພາບສູງ ທີ່ຜະລິດຈາກພະລັງງານຊີວະພາບ ຢູ່ໃນ ສປປ ລາວ.
ອ່ານເພີ່ມເຕີມ: https://bit.ly/3zlakek